• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

7 ເດືອນຂອງປີ 2017, ຫວຽດນາມ ດຶງດູດເກືອບ 22 ຕື້ USD FDI

      ຕາມກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ໄລ່ລວມ 7 ເດືອນຜ່ານມາ, ຈຳນວນເງິນລົງທຶນໂດຍກົງຈາກຕ່າງປະເທດທີ່ຈົດທະບຽນໃໝ່, ເພີ່ມຂຶ້ນ ແລະ ປະກອບທຶນ, ຊື້ຫຸ້ນສ່ວນບັນລຸເກືອບ 22 ຕື້ USD, ເພີ່ມຂຶ້ນ 52% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ

(ພາບປະກອບ)
      ທຶນປ່ອຍເງິນຄາດວ່າບັນລຸກ່ວາ 9 ຕື້ USD, ເພີ່ມຂຶ້ນເກືອບ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່ອນ. ປະຈຸບັນ ບັນດານັກລົງທຶນຕ່າງປະເທດ ໄດ້ລົງທຶນເຂົ້າ 18 ຂົງເຂດ, ໃນນັ້ນ ອຸດສາຫະກຳການປຸງແຕ່ງ, ປະດິດສ້າງແມ່ນຂົງເຂດດຶງດູດໄດ້ເກືອບ 11 ຕື້ USD, ກວມກ່ວາ 49% ຍອດຈຳນວນເງິນລົງທຶນຈົດທະບຽນ. ໃນ 7 ເດືອນຜ່ານມາ, ສ.ເກົາຫຼີ ແມ່ນປະເທດນຳໜ້າໃນ 98 ປະເທດ ແລະ ເຂດແຄ້ວນທີ່ມີໂຄງການລົງທຶນຢູ່ ຫວຽດນາມ ດ້ວຍຈຳນວນທຶນກ່ວາ 5,6 ຕື້ USD, ກວມເກືອບ 26% ຍອດຈຳນວນເງິນລົງທຶນ.  ຖັດຈາກ ສ.ເກົາຫຼີ ແມ່ນ ຍີ່ປຸ່ນ, ສິງກະໂປ.
        ຕາມຄວາມຮັບຮູ້ຂອງນັກຊ່ຽວຊານເສດຖະກິດແລ້ວ, ຫວຽດນາມ ຍັງແມ່ນສະຖານທີ່ດຶງດູດຂອງນັກລົງທຶນຕ່າງປະເທດ. ຄາດຄະເນວ່າ ການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດປີນີ້ຂອງ ຫວຽດນາມ ສາມາດບັນລຸ 30 ຕື້ USD ແລະ ເງິນລົງທຶນໂດຍກົງຈາກຕ່າງປະເທດຈະບັນລຸປະມານ 18 ຕື້ USD.
 (ແຫຼ່ງຄັດຈາກ VOV)

ມີ​​ກ່​ວາ 2 ລ້ານຄຳ​ຖາມ​ໄດ້​ສົ່ງ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃນ​ການ​ປະ​ຊຸມ​ຂ່າວ​ທ້າຍ​ປີ

ມີ​​ກ່​ວາ 2 ລ້ານຄຳ​ຖາມ​ໄດ້​ສົ່ງ​ໄປ​ຍັງ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໃນ​ການ​ປະ​ຊຸມ​ຂ່າວ​ທ້າຍ​ປີ

ທ່ານປະທານາທິບໍດີ Putin ຢືນຢັນວ່າ ເສດຖະກິດ ລັດເຊຍ ສືບຕໍ່ຮັກສາຄວາມສະຖຽນລະພາບ ໃນສະພາບການສາກົນສັບສົນ.

Top