• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

6 ໜ້າ​ທີ່​ຈຸດ​ສຸມ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ການ​ຄ້າ​ຢູ່ເຂດ​ພູ​ດອຍ, ເຂດ​ຫ່າງ​ໄກ​ສອກຫຼີກ ແລະ ເຂດທະ​ເລ​ໝູ່​ເກາະ 2021 – 2025

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດທັ໊ງຫ໋າຍຕີລາຄາວ່າ ບັນດາການເຄື່ອນໄຫວແນໃສ່ຜັນຂະຫຍາຍໂຄງການພັດທະນາການຄ້າຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ ແລະ ທະເລໝູ່ເກາະ ໄລຍະ 2015 – 2020 ກຳລັງເສີມຂະຫຍາຍຢ່າງມີປະສິດທິຜົນໃນການພັດທະນາລະບົບນະໂຍບາຍ.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດທັ໊ງຫ໋າຍຕີລາຄາວ່າ ບັນດາການເຄື່ອນໄຫວແນໃສ່ຜັນຂະຫຍາຍໂຄງການພັດທະນາການຄ້າຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ ແລະ ທະເລໝູ່ເກາະ ໄລຍະ 2015 – 2020 ກຳລັງເສີມຂະຫຍາຍຢ່າງມີປະສິດທິຜົນໃນການພັດທະນາລະບົບນະໂຍບາຍ.

    

ເວທີປາໄສເສດຖະກິດດ້ວຍຫົວຂໍ້ທີ່ວ່າ “ເຊື່ອມຕໍ່ການຜະລິດ, ຈຳໜ່າຍຜະລິດຕະພັນການຄ້າຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ ແລະ ທະເລໝູ່ເກາະ 2022”.

ເພື່ອແນໃສ່ເຊື່ອມຕໍ່, ໜູນຊ່ວຍບັນດາຫົວໜ່ວຍຜະລິດດຳເນີນທຸລະກິດກ່ຽວກັບຜະລິດຕະພັນທີ່ເປັນເອກະລັກ, ຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ ແລະ ເຂດທະເລໝູ່ເກາະ, ຕອນເຊົ້າວັນທີ 5 ຕຸລາ ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຈັດຕັ້ງເວທີປາໄສເສດຖະກິດດ້ວຍຫົວຂໍ້ທີ່ວ່າ “ເຊື່ອມຕໍ່ການຜະລິດ, ຈຳໜ່າຍຜະລິດຕະພັນການຄ້າຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ ແລະ ທະເລໝູ່ເກາະ 2022”.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດທັ໊ງຫ໋າຍຕີລາຄາວ່າ ບັນດາການເຄື່ອນໄຫວແນໃສ່ຜັນຂະຫຍາຍໂຄງການພັດທະນາການຄ້າຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ ແລະ ທະເລໝູ່ເກາະ ໄລຍະ 2015 – 2020 ກຳລັງເສີມຂະຫຍາຍຢ່າງມີປະສິດທິຜົນໃນການພັດທະນາລະບົບນະໂຍບາຍ, ຍູ້ແຮງການຜະລິດຈຳໜ່າຍສິນຄ້າ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ໃຫ້ບັນດາວິສາຫະກິດ, ຄອບຄົວເຮັດທຸລະກິດ, ພໍ່ຄ້າຊາວຂາຍກ່ຽວກັບການພັດທະນາການຄ້າ ຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ ແລະ ເຂດທະເລໝູ່ເກາະ. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດທັ໊ງຫ໋າຍໃຫ້ຮູ້ວ່າ:

ກະຊວງອຸດສາຫະກຳ ແລະ ການຄ້າໄດ້ສົມທົບກັບບັນດາກະຊວງ, ຂະແໜງການ ເພື່ອສ້າງຍຸດທະສາດ, ແຜນຮ່າງພັດທະນາເຊື່ອມຕໍ່ການຜະລິດ, ຈຳໜ່າຍບັນດາຜະລິດຕະພັນຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ ແລະ ທະເລໝູ່ເກາະຢ່າງເປັນລະບົບ ແລະ ມີແບບມີແຜນ. ພວກຂ້າພະເຈົ້າຈະສຸມໃສ່ການຍົກສູງຄຸນນະພາບກໍ່ຄືເພີ່ມທະວີການເຊື່ອມຕໍ່ລະຫວ່າງເຂດພູດອຍ, ເຂດຫ່າງໄກສອກຫຼີກ, ເຂດທະເລໝູ່ເກາະກັບບັນດາລະບົບສາຂາຈຳໜ່າຍທັງຢູ່ພາຍໃນ ແລະ ຕ່າງປະເທດ ແລະ ບຳລຸງສ້າງຍົກສູງຄຸນນະພາບກໍ່ຄືຄວາມຮັບຮູ້ຂອງພະນັກງານທີ່ເຮັດວຽກງານນີ້ ຢູ່ເຂດພູດອຍ, ເຂດຫ່າງໄກສອກຫຼີກ ແລະ ເຂດທະເລໝູ່ເກາະ.

(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ໄປຖະຫວາຍທູບທຽນຢູ່ພະລາຊະວັງ ທັງລອງ ແລະ ຖະຫວາຍທູບທຽນ ອາໄລຫາ ປະທານ ໂຮ່ຈີມິນ ຢູ່ເຮືອນເລກທີ 67

ທ່ານເລຂາທິການໃຫຍ່ ໂຕເລິມ ໄປຖະຫວາຍທູບທຽນຢູ່ພະລາຊະວັງ ທັງລອງ ແລະ ຖະຫວາຍທູບທຽນ ອາໄລຫາ ປະທານ ໂຮ່ຈີມິນ ຢູ່ເຮືອນເລກທີ 67

ທ່ານເລຂາທິການໃຫຍ່ ໂຕເລິມ ພາວະນາໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ.

Top