ຂ່າວສານ
50 ປີແຫ່ງການໃສ່ຊື່ປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ: ຂີດໝາຍຂອງຄວາມເປັນເອກະພາບ ແລະ ການພັດທະນາ
ກ່ອນນີ້ຄົບຮອບ 50 ປີ, ວັນທີ 02 ກໍລະກົດ 1976, ທີ່ກອງປະຊຸມສະໄໝສາມັນຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 6 ໄດ້ຮັບຮອງເອົາມະຕິຕັ້ງຊື່ປະເທດແມ່ນ ສາທາລະນະລັດສັງຄົມນິຍົມ ຫວຽດນາມ; ທຸງຊາດແມ່ນ ທຸງແດງດາວເຫຼືອງ; ເຄື່ອງໝາຍແຫ່ງຊາດໃສ່ຊື່ປະເທດໃໝ່; ເພງຊາດແມ່ນ “ເພງເດີນທັບ”, ນະຄອນຫຼວງ ແມ່ນ ຮ່າໂນ້ຍ. ນີ້ແມ່ນເຫດການມິຄວາມໝາຍດ້ານນິຕິກຳ, ການເມືອງສຳຄັນພິເສດ, ຢັ້ງຢືນໄຊຊະນະຂອງການທ້ອນໂຮມປະເທດຊາດເປັນເອກະພາບ, ເປີດສັງກາດທົ່ວປະເທດເອກະລາດ, ທ້ອນໂຮມປະເທດຊາດເປັນເອກະລາດ ແລະ ພ້ອມກັນມຸ່ງໄປເຖິງລັດທິສັງຄົມນິຍົມ.
ຈາກປະເທດຖືກປິດລ້ອມ, ຂວ້ຳບາດດ້ວຍຂອບຂະໜາດ GDP ພຽງແຕ່ 4,5 ຕື້ USD ໃນປີ 1986, ຫວຽດນາມ ໄດ້ມີບາດກ້າວບຸກທະລຸ, ເສດຖະກິດບັນລຸ 514 ຕື້ USD ໃນປີ 2025 ແລະ ຢືນອັນດັບທີ 32 ໃນທົ່ວໂລກ. ສິ່ງທີ່ໜ້າເອກອ້າງທະນົງໃຈກວ່າແມ່ນ, ອັດຕາຄອບຄົວທຸກຍາກຈາກລະດັບກວ່າ 80% ໄດ້ຫຼຸດລົງເຫຼືອກວ່າ 3%, ນຳ ຫວຽດນາມ ກາຍເປັນຮູບແບບດີເດັ່ນຂອງໂລກກ່ຽວກັບພາລະກິດລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ.
ປະຊາຄົມວິສາຫະກິດສາກົນຢູ່ ຫວຽດນາມ ກໍ່ໄດ້ຮັບຮູ້ຜົນງານດັ່ງກ່າວ.
“ສິ່ງທີ່ພວກເຮົາເຫັນປະຈັກຕາໃນ 2 – 3 ປີມໍ່ໆມານີ້ແມ່ນຄວາມຕັດສິນໃຈດ້ານການເມືອງຢ່າງແຮງທີ່ສຸດ. ມີຫຼາຍການຫັນປ່ຽນ ແລະ ປະຕິຮູບລະບອບລະບຽບການໄດ້ຮັບການຜັນຂະຫຍາຍໃນກົງຈັກລັດ. ພ້ອມກັນນັ້ນ, ກໍ່ມີຫຼາຍໂຄງການພື້ນຖານໂຄງລ່າງທີ່ມີຂອບຂະໜາດໃຫຍ່ພວມໄດ້ຮັບການສົ່ງເສີມ, ພ້ອມກັບການສຸມໃສ່ພິເສດເຂົ້າໃນການດຶງດູດແຫຼ່ງທຶນລົງທຶນຈາກຕ່າງປະເທດທີ່ມີຄຸນນະພາບສູງ”.






