• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

45 ປີການພົວພັນສິງກະໂປ-ຫວຽດນາມ: ຕັດສິນໃຈພັດທະນາປະສິດທິຜົນການພົວພັນຄູ່ຮ່ວມມືຍຸດທະສາດ

ຕອນຄ່ຳວັນທີ 31 ກໍລະກົດ, ໃນຂອບເຂດການຢ້ຽມຢາມສິງກະໂປ ຢ່າງເປັນທາງການ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ສິງກະໂປ (01 ສິງຫາ 1973 – 01 ສິງຫາ 2018), ໂດຍສະຖານທູດຫວຽດນາມ ປະຈຳສິງກະໂປ ຈັດຕັ້ງຂຶ້ນ.


ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ

ແລະ ທ່ານລັດຖະມົນຕີສິງກະໂປ ຫຼີິຊຽນຫຼົງ

(ພາບ: TTXVN)

ທີ່ພິທີສະເຫຼີມສະຫຼອງ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໃຫ້ຂໍ້ສັງເກດວ່າ, ການພົວພັນລະຫວ່າງຫວຽດນາມ - ສິງກະໂປ ພວມຢູ່ໃນໄລຍະພັດທະນາຢ່າງດີງາມທີ່ສຸດໃນ 45 ປີຜ່ານມາ. ບັນດາໝາກຜົນແຫ່ງການຮ່ວມມືຢ່າງກະໂດດຂັ້ນໄດ້ສະແດງໃຫ້ເຫັນຢູ່ໃນທຸກຂົງເຂດ ຈາກການເມືອງ, ເສດຖະກິດ, ວັດທະນະທຳ, ການສຶກສາ ຕະຫຼອດຮອດການພົວພັນແລກປ່ຽນປະຊາຊົນ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຖືວ່າ.

        “ຫວຽດນາມ ແລະ ສິງກະໂປ ລ້ວນແຕ່ສະໜັບສະໜູນ ແລະ ຍູ້ແຮງການພົວພັນ 2 ຝ່າຍ, ຫຼາຍຝ່າຍ ບົນພື້ນຖານບັນດາຫຼັກການສາກົນ. 2 ປະເທດລ້ວນແຕ່ຖືວ່າ, ຄວາມສາມັກຄີຂອງອາຊຽນ ໃນໂຄງປະກອບພາກພື້ນທີ່ພວມກຳນົດ ຈະແມ່ນພື້ນຖານເພື່ອນຳມາເຊິ່ງສະຖຽນລະພາບ ແລະ ຄວາມວັດທະນາຖາວອນໃນພາກພື້ນ, ໃນນັ້ນ ການພົວພັນລະຫວ່າງຫວຽດນາມ ແລະ ສິງກະໂປ ແມ່ນໜຶ່ງໃນບັນດາປັດໃຈສຳຄັນ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ປະເທດເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນໝາກຜົນລວມຂອງພາກພື້ນ ແລະ ໂລກອີກດ້ວຍ”.

        ນອກຈາກການຮ່ວມມືດ້ານການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບແລ້ວ, ເສດຖະກິດໄດ້ຮັບຖືວ່າແມ່ນຂົງເຂດຫຼັກແຫຼ່ງໃນການພົວພັນຮ່ວມມືລະຫວ່າງ 2 ຝ່າຍ. ສິງກະໂປ ແມ່ນໜຶ່ງໃນບັນດາຄູ່ຄ້າແຖວໜ້າຂອງຫວຽດນາມໄດ້ຢືນອັນດັບທີ 2 ໃນອາຊຽນ ແລະ ຢືນອັນດັບທີ 8 ໃນໂລກ.

(ແຫຼ່ງຄັດຈາກ VOV)

 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top