• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

4 ເດືອນຕົ້ນປີ, ການເຄື່ອນໄຫວນຳເຂົ້າ - ສົ່ງອອກຂອງ ຫວຽດນາມ ບັນລຸລະດັບການເຕີບໂຕສູງທີ່ສຸດໃນຮອບເວລາ 10 ປີຜ່ານມາ

      ກົມໃຫຍ່ສະຖິຕິຫາກໍ່ໃຫ້ຮູ້ວ່າ ການເຄື່ອນໄຫວນຳເຂົ້າ - ສົ່ງອອກໃນທົ່ວປະເທດ ຫວຽດນາມ ໃນ 4ເດືອນຕົ້ນປີ 2021 ບັນລຸລະດັບການເຕີບໂຕສູງທີ່ສຸດເມື່ອທຽບໃສ່ກັບໄລຍະດຽວກັນໃນຮອບເວລາ 10 ປີຜ່ານມາ.
ການເຄື່ອນໄຫວນຳເຂົ້າສົ່ງອອກ ຢູ່ ທ່າກ່ຳປັ່ນ ຊ່າຍງອນ (ພາບ: TTXVN)
      ລາຍລະອຽດແມ່ນ, ຄາດວ່າ ເດືອນ ເມສາ ປີ 2021, ວົງເງິນການສົ່ງອອກສິນຄ້າຂອງທົ່ວປະເທດ ບັນລຸໄດ້ 25,5 ຕື້ USD, ຫຼຸດລົງ 14% ເມື່ອທຽບໃສ່ເດືອນ ມີນາ ແລະ ເພີ່ມຂຶ້ນ ກ່ວາ 44% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້. ໄລ່ລວມ 4 ເດືອນຕົ້ນປີ 2021, ວົງເງິນການສົ່ງອອກສິນຄ້າຄາດວ່າ ບັນລຸ 103,9 ຕື້ USD, ເພີ່ມຂຶ້ນ 28,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
        4 ເດືອນຕົ້ນປີ 2021, ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງ ຫວຽດນາມ ດ້ວຍວົງເງິນບັນລຸ 30,3 ຕື້ USD, ເພີ່ມຂຶ້ນ 501,1% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍນີ້, ຖັດຈາກນັ້ນແມ່ນ ຈີນ, ຕະຫຼາດ EU, ຕະຫຼາດ ອາຊຽນ, ສ.ເກົາຫຼີ, ຍີ່ປຸ່ນ…
        ເພື່ອໜູນຊ່ວຍວິສາຫະກິດພາຍໃນປະເທດຜະລິດ ແລະ ຍູ້ແຮງການສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ ຈະຈັດຕັ້ງການຂຸດຄົ້ນ, ຍາດແຍ່ງກາລະໂອກາດຈາກບັນດາສັນຍາການຄ້າເສລີ ເພື່ອ ຊອກຫາ ວິທີການພັດທະນາການຕະຫຼາດ ແລະ ແກ້ໄຂຮົ້ວກີດຂວາງເພື່ອແຊກຊຶມເຂົ້າຕະຫຼາດໃໝ່, ບຸລິມະສິດຜັນຂະຫຍາຍບັນດາການເຄື່ອນໄຫວສົ່ງເສີມການສົ່ງອອກ ແລະ ບັນດາຕະຫຼາດສົ່ງອອກຈະຟື້ນຟູໂດຍໄວ ພາຍຫຼັງໂລກລະບາດໂຄວິດ - 19.
        ແລະກໍ່ໃນວັນທີ 30 ເມສາ, ສະມາຄົມວິສາຫະກິດ ເອີລົບປະຈຳ ຫວຽດນາມ (EuroCham) ກໍ່ໄດ້ປະກາດດັດຊະນີສະພາບແວດລ້ອມແຫ່ງການດຳເນີນທຸລະກິດ EuroCham ໄຕມາດ I/2021. ຕາມນັ້ນແລ້ວ, ການນຳບັນດາວິສາຫະກິດ ເອີລົບ ໄດ້ເລີ່ມດຳເນີນປີ 2021 ດ້ວຍຄວາມຕັ້ງໜ້າ ແລະ ຄວາມເຊື່ອໝັ້ນຕໍ່ສະພາບແວດລ້ອມທາງການຄ້າ ແລະ ການລົງທຶນ ຂອງ ຫວຽດນາມ.
(ແຫຼ່ງຄັດຈາກ VOV)

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top