• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

37 ມ​ື້ຕໍ່​ກັນ, ຫວຽດ​ນາມ​ບໍ່​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ Covid – 19 ໃນ​ຊຸມ​ຊົນ

ມາຮອດຕອນເຊົ້າວັນທີ 9 ຕຸລາ, ແມ່ນໄດ້37 ມື້ແລ້ວ, ທີ່ຫວຽດນາມບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ.


ພາບປະກອບ: TTXVN 

ຕາມການລາຍງານຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃຫ້ຮູ້ວ່າ, ນັບແຕ່ເວລາ 18ໂມງ ຂອງວັນທີ 8 ຕຸລາ ຮອດເວລາ 6 ໂມງ ຂອງວັນທີ 9 ຕຸລາ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດລາຍໃໝ່ຕື່ມອີກ, ມີຜູ້ຕິດເຊື້ອພະຍາດ Covid – 19 ຢູ່ຫວຽດນາມຍັງແມ່ນ 1.100 ຄົນຄືເກົ່າ. ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີ 1.023 ຄົນ ແລະ ຜູ້ເສຍຊີວິດ 35 ຄົນ.     

ມາຮອດຕອນເຊົ້າວັນທີ 9 ຕຸລາ, ແມ່ນໄດ້37 ມື້ແລ້ວ, ທີ່ຫວຽດນາມບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ.

(ແຫຼ່ງຄັດຈາກ VOV)

ເຮັດ​ໃຫ້​ສາຍ​ພົວ​ພັນ​: ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ, ຄວາມຜູກ​ພັນ​​ຍຸດ​ທະ​ສາດ ໃຫ້​ເລິກ​ເຊິ່ງກວ່າ​ອີກ

ເຮັດ​ໃຫ້​ສາຍ​ພົວ​ພັນ​: “ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບ​ດ້ານ, ຄວາມຜູກ​ພັນ​​ຍຸດ​ທະ​ສາດ” ໃຫ້​ເລິກ​ເຊິ່ງກວ່າ​ອີກ

ສອງປະເທດໄດ້ອອກຖະແຫຼງການຮ່ວມ, ໃນນັ້ນ ເຫັນດີເຮັດໃຫ້ສາຍພົວພັນ ຫວຽດນາມ - ລາວ ຂຶ້ນສູ່ລະດັບສູງໃໝ່ທີ່ເລິກເຊິ່ງກວ່າ, ນັ້ນແມ່ນສາຍພົວພັນ: “ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຄວາມຜູກພັນຍຸດທະສາດ”; ໂດຍຢັ້ງຢືນວ່າ “ຄວາມຜູກພັນຍຸດທະສາດ ແມ່ນພື້ນຖານຊຸກຍູ້ສາຍພົວພັນຮ່ວມມືເຂົ້າສູ່ລວງເລິກ ແລະ ແທດຈິງ ຢ່າງແຂງແຮງ.

Top