• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

30 ເຄື່ອງ​ໝາຍ​ການ​ຄ້າລະ​ດັບ​ຊາດ ຫວຽດ​ນາມ ໄດ້​ຮັບ​ການ​ໜູນ​ຊ່ວຍ​ສົ່ງ​ອອກ​ແບບ​ອອນ​ໄລ​ຜ່ານ​ແອັບ Amazon

ກອງປະຊຸມໄດ້ປະກາດສ້າງຕັ້ງການພົວພັນຄູ່ຮ່ວມມື ໃນສາມປີ ເພື່ອພ້ອມກັນຜັນຂະຫຍາຍໂຄງການ “ເຄື່ອງໝາຍການຄ້າ ຫວຽດນາມ ເຕີບໂຕທົ່ວໂລກ” (V-Brands Go Global with Amazon) ແນໃສ່ສ້າງແປ້ນຢັນໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ໃນຕະຫຼາດການຄ້າເອເລັກໂຕນິກທົ່ວໂລກໄປສູ່ຄວາມສຳເລັດ.
ພິທີປະກາດການສ້າງຕັ້ງສາຍພົວພັນຄູ່ຮ່ວມມື ໄລຍະ 3 ປີເພື່ອພ້ອມກັນຜັນຂະຫຍາຍໂຄງການ

ຕອນເຊົ້າວັນທີ 23 ກໍລະກົດ, ຢູ່ຮ່າໂນ້ຍ, ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມກັບ Amazon Global Selling ຫວຽດນາມ ຈັດກອງປະຊຸມ “ບຸກທະລຸໃນການສົ່ງອອກ: ເຄື່ອງໝາຍການຄ້າ ຫວຽດນາມ ສົ່ງອອກໄປທົ່ວໂລກ”. ກອງປະຊຸມໄດ້ປະກາດສ້າງຕັ້ງການພົວພັນຄູ່ຮ່ວມມື ໃນສາມປີ ເພື່ອພ້ອມກັນຜັນຂະຫຍາຍໂຄງການ “ເຄື່ອງໝາຍການຄ້າ ຫວຽດນາມ ເຕີບໂຕທົ່ວໂລກ” (V-Brands Go Global with Amazon) ແນໃສ່ສ້າງແປ້ນຢັນໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ ໃນຕະຫຼາດການຄ້າເອເລັກໂຕນິກທົ່ວໂລກໄປສູ່ຄວາມສຳເລັດ. ຄາດວ່າ, ໂຄງການຜັນຂະຫຍາຍແຕ່ປີ 2025 ຮອດປີ 2027.

        ທ່ານຫວູບ໊າຝູ, ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ, ເນັ້ນໜັກວ່າ:

        “ໃນໄລຍະຈະມາເຖິງ, ກົມສົ່ງເສີມການຄ້າ ຈະສືບຕໍ່ເປີດກວ້າງໂຄງການພັດທະນາເຄື່ອງໝາຍການຄ້າຜະລິດຕະພັນໃນບັນດາແອັບການຄ້າເອເລັກໂຕນິກຂ້າມຊາຍແດນທີ່ມີອິດທິພົນຊື່ສຽງ. ໃນນັ້ນ, Amazon ສວມບົດບາດຍຸດທະສາດ. ພ້ອມດຽວກັນນັ້ນ, ກໍພັດທະນາບັນດາເຄື່ອງມືສົ່ງເສີມການຄ້າທີ່ທັນສະໄໝ, ໝູນໃຊ້ປັນຍາປະດິດເຂົ້າໃນການໂຄສະນາ, ວິເຄາະຕະຫຼາດ ແລະ ຫຍັບມໍ່ເຂົ້າກັບຜູ້ບໍລິໂພກສາກົນ. ເພີ່ມທະວີການສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ບັນດາອົງການສົ່ງເສີມການຄ້າສ້າງລະບົບນິເວດສົ່ງເສີມການຄ້າດີຈີຕອນ, ຖືວິສາຫະກິດເປັນໃຈກາງ, ຕະຫຼາດແມ່ນເປົ້າໝາຍ ແລະ ເຕັກໂນໂລຢີແມ່ນໄມ້ງັດເພື່ອພັດທະນາ”.

(ແຫຼ່ງຄັດຈາກ VOV)

ຍູ້ໄວຄວາມຄືບໜ້າໂຄງການໄຟຟ້ານິວເຄຼຍ ນິງທ້ວນ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ

ຍູ້ໄວຄວາມຄືບໜ້າໂຄງການໄຟຟ້ານິວເຄຼຍ ນິງທ້ວນ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນເປັນປົກກະຕິ

ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກຸ່ມບໍລິສັດໄຟຟ້າ ຫວຽດນາມ ຮີບເຮັ່ງສ້າງບົດລາຍງານຄວາມເປັນໄປໃຫ້ສົມບູນແບບ.

Top