• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

30 ປີ ແຫ່ງການດຶງດູດທຶນ FDI ຢູ່ ຫວຽດນາມ

      ນັບແຕ່ທ້າຍປີ 1987, ສະພາແຫ່ງຊາດຫວຽດນາມ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍການລົງທຶນ ຕ່າງປະເທດ. ເມື່ອຫວນຄືນໝາກຜົນຂອງວິວັດທະນາການປ່ຽນໃຫມ່ປະເທດຊາດອາດຈະເຫັນໄດ້ວ່າ ການລົງທຶນຕ່າງປະເທດໄດ້ປະກອບສ່ວນສຳຄັນເຂົ້າໃນວິວັດການພັດທະນາ. ຫວຽດນາມ ຈາກປະເທດທຸກຍາກໄດ້ກາຍເປັນປະເທດມີລາຍຮັບປານກາງ, ການເຊື່ອມໂຍງຢູ່ໃນລະດັບຫນ້າປະທັບໃຈ ແລະ ມີທີ່ຕັ້ງບົດບາດໃນພາກພື້ນ ແລະ ສາກົນ.

ໂຄງການລົງທຶນຂອງ ກຸ່ມບໍລິສັດ Samsung ຢູ່ຫວຽດນາມ
ພາບ:cafef.vn
      ຜ່ານການເຊື່ອມໂຍງ ແລະ ພັດທະນາ, ການລົງທຶນຕ່າງປະເທດ (FDI) ໄດ້ກາຍເປັນເຂດເສດຖະກິດຂະຫຍັນຂັນເຄື່ອນ, ປະກອບສ່ວນຕັ້ງຫນ້າໃນຫລາຍດ້ານຂອງແຕ່ລະໄລຍະຂອງປະເທດຊາດ. ໄລ່ຮອດໝົດປີ 2017, ທົ່ວປະເທດມີ 24.748 ໂຄງການລົງທຶນຕ່າງປະເທດຍັງມີຜົນສັກສິດ, ດ້ວຍຍອດຈຳນວນທຶນຈົດທະບຽນແມ່ນ 318,72 ຕື້ USD, ທຶນປະຕິບັດແມ່ນ 172,35 ຕື້ USD. ນັ້ນແມ່ນບັນດາຕົວເລກຫນ້າປະທັບໃຈໃນການດຶງດູດທຶນຕ່າງປະເທດ. ແຕ່ເຖິງຢ່າງໃດກໍຕາມ, ເບິ່ງສັງລວມແລ້ວ ການປະກອບສ່ວນຂອງ FDI ໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງຫວຽດນາມ ມີຄວາມໝາຍຫລາຍກວ່າ. ທ່ານ ຫງວຽນວັນຕວານ, ຮອງປະທານສະຫະສະມາຄົມ FDI ຫວຽດນາມ ໃຫ້ຮູ້ວ່າ:
“ 30 ປີ ແມ່ນໄລຍະທາງຍາວນານ, ການລົງທຶນຕ່າງປະເທດໄດ້ປະກອບສ່ວນອັນໃຫຍ່ຫລວງໃນຜົນງານແຫ່ງການພັດທະນາຂອງຫວຽດນາມ. ທີຫນຶ່ງ ໄດ້ແກ້ໄຂບັນຫາທຶນຮອນໃຫ້ການເຕີບໂຕ. ທີສອງ ການລົງທຶນຕ່າງປະເທດປະກອບສ່ວນເຮັດໃຫ້ກຳລັງຄວາມສາມາດກ່ຽວກັບການຄຸ້ມຄອງ, ກຳລັງຄວາມສາມາດກ່ຽວກັບແຮງງານຂອງຫວຽດນາມໄດ້ຮັບການຍົກສູງຂຶ້ນ. ທີສາມ ການລົງທຶນຕ່າງປະເທດໄດ້ສ້າງການກະທົບເຊິ່ງກັນ ແລະກັນ, ກະຕຸກຊຸກຍູ້ຫວຽດນາມ ເຊື່ອມໂຍງ, ໃນວິວັດການເຊື່ອມໂຍງຂອງຫວຽດນາມ ການລົງທຶນຕ່າງປະເທດສືບຕໍ່ເຕີບໂຕ.

ການຜະລິດລົດໂອໂຕສົ່ງອອກ ຢູ່  Casumina (ພາບ:/sggp.org.vn)
      

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top