• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

3 ບຸລິມະສິດ ເມື່ອປະຕິບັດຄຳສັ່ງເລກທີ 16 ຢູ່ 19 ແຂວງ, ນະຄອນທາງພາກໃຕ້

      ທຸກມາດຕະການໄດ້ຮັບການຜັນຂະຫຍາຍ ເພື່ອແນໃສ່ບຸລິສະສິດຕົ້ນຕໍ ໃນການປົກປ້ອງຊີວິດອິນຊີ ແລະ ສຸຂະພາບຂອງປະຊາຊົນ. ພ້ອມທັງຮຽກຮ້ອງໃຫ້ປະຊາຊົນຫວຽດນາມ ຮ່ວມແຮງຮ່ວມໃຈ, ຕັດສິນໃຈຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ນຳປະເທດຊາດກັບຄືນສູ່ສະພາບທີ່ເປັນປົກກະຕິໃໝ່ໂດຍໄວ.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
      ຢູ່ກອງປະຊຸມກັບບາງກະຊວງ, ຂະແໜງການກ່ຽວກັບວຽກງານກະກຽມຜັນຂະຫຍາຍຄຳສັ່ງຂອງນາຍົກລັດຖະມົນຕີ ກ່ຽວກັບການປະຕິບັດການແຍກຫ່າງໃນສັງຄົມ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ບາງທ້ອງຖິ່ນ ໄດ້ດຳເນີນໃນຕອນບ່າຍວັນທີ 17 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢັ້ງຢືນວ່າ ທຸກມາດຕະການໄດ້ຮັບການຜັນຂະຫຍາຍ ເພື່ອແນໃສ່ບຸລິສະສິດຕົ້ນຕໍ ໃນການປົກປ້ອງຊີວິດອິນຊີ ແລະ ສຸຂະພາບຂອງປະຊາຊົນ. ພ້ອມທັງຮຽກຮ້ອງໃຫ້ປະຊາຊົນຫວຽດນາມ ຮ່ວມແຮງຮ່ວມໃຈ, ຕັດສິນໃຈຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ, ນຳປະເທດຊາດກັບຄືນສູ່ສະພາບທີ່ເປັນປົກກະຕິໃໝ່ໂດຍໄວ.
            ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ສະພາບການໂລກລະບາດໂຄວິດ - 19 ຢູ່ນະຄອນໂຮ່ຈີມິນມີການຜັນແປຢ່າງສັບສົນ, ຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນໂດຍໄວ, ຈຳນວນຜູ້ສຳຜັດໃກ້ກັບຜູ້ຕິດເຊື້ອຢູ່ລະດັບສູງ, ດັ່ງນັ້ນຕ້ອງມີບາດກ້າວ, ວິທີການແກ້ໄຂ ແລະ ວິທີການເຮັດວຽກໃໝ່ທີ່ເໝາະສົມກ່ວາ, ໃນນັ້ນມີການປະຕິບັດຄຳສັ່ງເລກທີ 16 ຢູ່ 19 ແຂວງ, ນະຄອນທາງພາກໃຕ້.
            ຕາມທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມແລ້ວ, ມີ 3 ບຸລິມະສິດໃນການປະຕິບັດນີ້, ໃນນັ້ນ ສິ່ງບຸລິມະສິດທຳອິດແມ່ນປົກປ້ອງຊີວິດອິນຊີ ແລະ ສຸຂະພາບຂອງປະຊາຊົນ, ຮັບປະກັນລະບົບສາທາລະນະສຸກບໍ່ຖືກເຄື່ອນໄຫວເກີນຄວາມສາມາດ ຍ້ອນວ່າ ລະບົບສາທາລະນະສຸກບໍ່ພຽງແຕ່ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 ເທົ່ານັ້ນຫາກຍັງປິ່ນປົວພະຍາດຕ່າງໆໃຫ້ແກ່ປະຊາຊົນອີກດ້ວຍ, ຍ້ອນບໍ່ມີວັກຊິນຢ່າງພຽງພໍ ດັ່ງນັ້ນບັນດາກຳລັງຕ້ອງຄວບຄຸມໂລກລະບາດໂຄວິດ - 19 ຢູ່ໃນລະດັບຕ່ຳທີ່ສຸດ.
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top