• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

15 ປີ ແຫ່ງການຮ່ວມມື ຕ່າງຝ່າຍຕ່າງມີຜົນປະໂຫຍດ

      ໃນສະພາບການລວມຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ຈີນ, ການຮ່ວມມືຢູ່ທະເລ, ໃນນັ້ນມີການຮ່ວມມືຮ່ວມກັນຂຸດຄົ້ນສິນໃນນໍ້າຢູ່ອ່າວພາກເໜືອ ແມ່ນຈຸດໜຶ່ງທີ່ພົ້ນເດ່ັນ. ພາຍຫຼັງໄລຍະ 15 ປີ ແຫ່ງການລົງນາມໃນສັນຍາແບ່ງກໍານົດເຂດອ່າວພາກເໜືອ ແລະ ສັນຍາຮ່ວມມືໃນອາຊີບຫາປາຢູ່ເຂດອ່າວພາກເໜືອ ລະຫວ່າງຫວຽດນາມ - ຈີນ ມີຜົນສັກສິດ ແລະ ຜັນຂະຫຍາຍປະຕິບັດ ໄດ້ປະກອບສ່ວນສ້າງສະພາບຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສະຖຽນລະພາບຢູ່ເຂດອ່າວພາກເໜືອ.
            ສັນຍາຮ່ວມມືອາຊີບຫາປາຢູ່ເຂດອ່າວພາກເໜືອລະຫວ່າງຫວຽດນາມ - ຈີນ ແມ່ນໜຶ່ງໃນບັນດາສັນຍາສໍາຄັນ, ມີຄວາໝາຍປະຫວັດສາດໃນການເຈລະຈາແບ່ງກໍານົດເຂດອ່າວພາກເໜືອລະຫວ່າງສອງປະເທດ. ສັນຍາຮ່ວມມືໃນອາຊີບຫາປາລະຫວ່າງຫວຽດນາມ - ຈີນ ມີຜົນສັກສິດນັບແຕ່ປີ 2004, ເຊິ່ງມີຜົນສັກສິດພາຍໃນ 12 ປີ ແລະ ຕໍ່ກໍານົດເວລາອີກ 3 ປີ.
        ຕາມສັນຍາສະບັບດັ່ງກ່າວແລ້ວ, 2 ຝ່າຍໄດ້ສ້າງຕັ້ງເຂດຫາປາລວມ ກວ້າງ 33.500 km2, ເຊິ່ງມີຂອບເຂດນັບແຕ່ເສັ້ນຂະໜານ 20 ລົງໄປຮອດເສັ້ນປິດປາກອ່າວພາກເໜືອ, ຫ່າງຈາກເສັ້ນແບ່ງກໍານົດໄປແຕ່ລະຝ່າຍປະມານ 30,5 ໄມ. ກໍານົດເວລາຂອງເຂດຫາປາລວມແມ່ນ 15 ປີ, ເຊິ່ງລວມມີ 12 ປີເຄື່ອນໄຫວເປັນທາງການ ແລະ ສາມາດຕໍ່ກໍານົດເວລາຕື່ມອີກ 3 ປີ.
ສ້າງສະຖຽນລະພາບ, ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດອ່າວພາກເໜືອ   
        ຕາມເນື້ອໃນທີ່ລະບຸໃນສັນຍາສະບັບດັ່ງກ່າວແລ້ວ, ເຂດເສດຖະກິດພິເສດ ຂອງປະເທດໃດ ແມ່ນປະເທດນັ້ນມີສິດກວດກາ, ຄວບຄຸມ ແລະ ແກ້ໄຂບັນດາກໍ່າປັ່່ນຫາປາທີ່ໄດ້ຮັບການອະນຸຍາດເຂົ້າເຂດຫາປາລວມ, ປະລິມານສິນທະເລ ແລະ ຈໍານວນກໍ່າປັ່ນທີ່ໄດ້ຮັບອະນຸຍາດເຂົ້າເຂດຫາປາລວມ ແມ່ນອີງຕາມຫຼັກການສະເໝີພາບ, ອີງຕາມປະລິມານສິນທະເລທີ່ອະນຸຍາດໃຫ້ຫາແມ່ນໄດ້ກໍານົດຜ່ານການກວດກາປະຈໍາໄລຍະ. ນອກຈາກນັ້ນ, ແຕ່ລະຝ່າຍຕ່າງກໍມີສິດຮ່ວມທຸລະກິດຮ່ວມມືກັບຝ່າຍທີ 3 ເພື່ອຫາປາ ໃນເຂດເສດຖະກິດພິເສດຂອງຕົນ.

ກອງປະຊຸມສໍາມະນາ “ຕີລາຄາ 15 ປີ ແຫ່ງວັນປະຕິບັດສັນຍາຮ່ວມມືອາຊີບຫາປາໃນເຂດອ່າວພາກເໜືອ”
ທີ່ຖືກຈັດຂຶ້ນຢູ່ແຂວງກວາງນິງ ຂອງຫວຽດນາມ  (ພາບ: laodong.vn)
      ທີ່ກອງປະຊຸມສໍາມະນາ “ຕີລາຄາ 15 ປີ ແຫ່ງວັນປະຕິບັດສັນຍາຮ່ວມມືອາຊີບຫາປາໃນເຂດອ່າວພາກເໜືອ” ທີ່ຖືກຈັດຂຶ້ນຢູ່ແຂວງກວາງນິງ ຂອງຫວຽດນາມ ຫວ່າງແລ້ວນີ້, ການນໍາກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ແລະ ກະຊວງກະສິກໍາຊົນນະບົດຈີນ ຕ່າງກໍຢັ້ງຢືນວ່າ: ສັນຍາ ອ່າວພາກເໜືອ ແລະ ສັນຍາຮ່ວມມືໃນອາຊີບຫາປາຢູ່ເຂດອ່າວພາກເໜືອ ທີ່ໄດ້ຜັນຂະຫຍາຍປະຕິບັດນັ້ນ ໄດ້ປະກອບສວນເຂົ້າໃນການສ້າງສະຖຽນລະພາບ, ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນເຂດອ່າວພາກເໜືອ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ການຮ່ວມມືລະຫວ່າງສອງປະເທດ. ສອງປະເທດໄດ້ຈັດຕັ້ງວຽກງານຮັກສາການຜະລິດ ແລະ ຄວາມໝັ້ນຄົງຢູ່ທະເລໄດ້ເປັນຢ່າງດີ. ສ່ວນຫຼາຍຈໍານວນກໍ່າປັ່ນຫາປາທີ່ໄດ້ຮັບການອະນຸຍາດ ລ້ວນແຕ່ຮັບປະກັນປະຕິບັດຕາມຂໍ້ກໍານົດ, ຊາວປະມົງກໍປະຕິບັດຕາມການກວດກາ ແລະ ຕິດຕາມຂອງບັນດາກໍາລັງຕໍາຫຼວດທະເລ, ກໍາລັງຮັບຜິດຊອບກ່ຽວກັບສິນໃນນໍ້າ, ທະຫານປ້ອງກັນຊາຍແດນ. ສະເພາະຫວຽດນາມແລ້ວ, ທ່ານຮອງລັດຖະມົນຕີກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ຟຸ່ງດຶກຕ໊ຽນ ຢັ້ງຢືນວ່າ:
        ສັນຍາສະບັບດັ່ງກ່າວ ໄດ້ກໍານົດຂອບເຂດ ແລະ ສ້າງກອບກົດໝາຍສາກົນ ຢ່າງຈະແຈ້ງ,ອັນໄດ້ສ້າງຄວາມສະດວກໃຫ້ແກ່ແຕ່ລະປະເທດຄຸ້ມຄອງຂຸດຄົ້ນພັດທະນາບັນດາບໍລິເວນທະເລ ແລະ ໄຫຼ່ທະວີບຂອງຕົນໃນອ່າວພາກເໜືອພ້ອມທັງສ້າງເງື່ອນໄຂໃຫ້ແກ່ສອງຝ່າຍ ມີພື້ນຖານເພື່ອຊຸກຍູ້ການຮ່ວມມື ແນໃສ່ພັດທະນາອ່າວພາກເໜືອແບບຍືນຍົງຮັກສາສະຖຽນລະພາບພາຍໃນອ່າວເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ພັດທະນາການພົວພັນລວມລະຫວ່າງສອງປະເທດ
        ນັບແຕ່ເມື່ອສັນຍາສະບັບດັ່ງກ່າວມີຜົນສັກສິດ, ບັນດາອົງການທີ່ມີໜ້າທີ່ສອງປະເທດໄດ້ສົມທົບກັນພ້ອມກັນຮັກສາຄວາມເປັນລະບຽບຮຽບຮ້ອຍໃໝ່ໃນເຂດ, ກະຕຸກຊຸກຍູ້ຊາວປະມົງສອງຝ່າຍປະຕິບັດຕາມສັນຍາສະບັບດັ່ງກ່າວ, ຄວບຄຸມກໍ່າປັ່ນຫາປາຢູ່ເຂດຫາປາລວມ. ທ່ານ ອຸ໊ຍຄາງເຈິນ, ຮອງລັດຖະມົນຕີກະຊວງກະສິກໍາຊົນນະບົດຈີນ, ຕີລາຄາວ່າ:
        ດ້ວຍຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດ, ສອງຝ່າຍໄດ້ຮ່ວມມືກັນບົນເນື້ອໃນຈິດໃຈມິດຕະພາບ, ໄວ້ເນື້ອເຊື່ອໃຈ, ເຂົ້າໃຈເຊິ່ງກັນແລະກັນ, ຄວາມເປັນລະບຽບຮຽບຮ້ອຍຂອງອາຊີບຫາປາໃນເຂດນ່ານນໍ້າທີ່ໄດ້ກໍານົດໄວ້ໃນສັນຍານັ້ນ ແມ່ນມີສະຖຽນລະພາບພໍສົມຄວນ, ໂດຍພື້ນຖານແມ່ນປະຕິບັດໄດ້ 3 “ສະຖຽນລະພາບນັ້ນແມ່ນ ການປະກອບອາຊີບຫາປາ, ນໍ້າໃຈຄວາມຮັກແພງຂອງຊາວປະມົງ ແລະ ວິທີການຄຸມຄ້ອງອາຊີບຫາປາ. 15 ປີ ແຫ່ງການຈັດຕັ້ງປະຕິບັດສັນຍາສະບັບດັ່ງກ່າວ ແມ່ນ 15 ປີ ແຫ່ງການຮ່ວມມືໃນອາຊີບຫາປາຂອງສອງປະເທດ ບັນລຸໝາກຜົນທີ່ພົ້ນເດັ່ນ, ອັນໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດເຂດແຄມອ່າວ, ສ້າງສະຖຽນລະພາບຢູ່ເຂດຫາປາ”.
        ຊຸກຍູ້ການປະຕິບັດສັນຍາໃຫ້ມີປະສິດທິຜົນ
        ສັນຍາຮ່ວມມືໃນອາຊີບຫາປາຢູ່ເຂດອ່າວພາກເໜືອ ແມ່ນໝາກຜົນທີ່ບັນລຸໄດ້ບໍ່ແມ່ນເລື່ອງງ່າຍຂອງການສົ່ງເສີມການຮ່ວມມືລະຫວ່າງຫວຽດນາມ ແລະ ຈີນ. ເຂດອ່າວພາກເໜືອມີທີ່ຕັ້ງຍຸດທະສາດສໍາຄັນສໍາລັບຫວຽດນາມ ແລະ ຈີນ ກ່ຽວກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ນອກຈາກຄວາມໝາຍກ່ຽວກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແລ້ວ, ອ່າວພາກເໜືອຍັງມີຄວາມໝາຍຢ່າງໃຫຍ່ຫຼວງໃນດ້ານເສດຖະກິດ, ປົກປັກຮັກສາສິ່ງແວດລ້ອມ ແລະ ລ້ຽງປູກສິນທະເລຢູ່ເຂດອ່າວອີກດ້ວຍ.
        ເລື່ອງສັນຍາຮ່ວມມືອາຊີບຫາປາຢູ່ອ່າວພາກເໜືອໄດ້ຮັບການຜັນຂະຫຍາຍປະຕິບັດຢ່າງມີປະສິດທິຜົນໃນໄລຍະ 15 ປີຜ່ານມາ ໄດ້ສ້າງເງື່ອນໄຂສະດວກເພື່ອແກ້ໄຂບັນຫາທີ່ຍັງຄົງຄ້າງຈາກປະຫວັດສາດ, ສ້າງພື້ນຖານ ແລະ ກໍາລັງໜູນຊຸກຍູ້ວິວັດການສ້າງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ແລະ ຈີນ. ບົນພື້ນຖານ 15 ປີ ແຫ່ງການຮ່ວມມຶື, ສອງຝ່າຍ ພວມສືບຕໍ່ຍູ້ແຮງ ແລະ ປະຕິບັດວຽກງານໂຄສະນາ, ຈັດຊຸດຝຶກອົບຮົມໃຫ້ແກ່ຊາວປະມົງ ໄດ້ເປັນຢ່າງດີ, ຮັບປະກັນປະຕິບັດຕາມບັນດາຂໍ້ກໍານົດຂອງສັນຍາ ແລະ ກົດໝາຍ. ໄປຄຽງຄູ່ກັນນັ້ນ, ສອງຝ່າຍກໍພວມດໍາເນີນການສໍາຫຼວດຕີລາຄາຜົນປະໂຫຍດທີ່ໄດ້ຮັບຈາກສິນທະເລ, ປ່ອຍແນວພັນໃໝ່ເພື່ອສ້າງແຫຼ່ງຜົນປະໂຫຍດຄືນໃໝ່, ເພີ່ມທະວີວຽກງານສົມທົບກັນລາດຕະເວນ, ຄວບຄຸມການເຄື່ອນໄຫວອາຊີບຫາປາໃນເຂດທະເລຕ່າງໆ, ເພື່ອແນໃສ່ສືບຕໍ່ຊຸກຍູ້ການພັດທະນາສິນໃນນໍ້າຢູ່ເຂດອ່າວພາກເໜືອແບບຍືນຍົງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈໃນການພົວພັນລວມລະຫວ່າງສອງປະເທດ ຫວຽດນາມ-ຈີນ./.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top