• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

12 ປ້ອມທະຫານປ້ອງກັນຊາຍແດນແຂວງ ກາວບັ່ງ, ຮ່າຢາງ ແລກປ່ຽນວຽກງານວິຊາສະເພາະກັບ ກອງຄຸ້ມຄອງຊາຍແດນ ປາຍເຊືອ (ຈີນ)

ສອງຝ່າຍກໍເຫັນດີເພີ່ມທະວີການລາດຕະເວນ, ຄວບຄຸມເຂດຈຸດສຸມ, ສະກັດກັ້ນການເຄື່ອນໄຫວນຳເຂົ້າ, ສົ່ງອອກຢ່າງຜິດກົດໝາຍຢ່າງມີປະສິດທິຜົນ; ມີມາດຕະການສົມທົບກັນ, ຜັນຂະຫຍາຍການຮັບມືກັບກໍລະນີລະເມີດກົດໝາຍຢ່າງມີປະສິດທິຜົນ
12 ປ້ອມທະຫານປ້ອງກັນຊາຍແດນແຂວງ ກາວບັ່ງ, ຮ່າຢາງ ແລກປ່ຽນວຽກງານວິຊາສະເພາະກັບ ກອງຄຸ້ມຄອງຊາຍແດນ ປາຍເຊືອ (ຈີນ)

ວັນທີ 18 ກໍລະກົດຄະນະຜູ້ແທນ 12 ປ້ອມທະຫານປ້ອງກັນຊາຍແດນຂຶ້ນກັບ ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ກວາບັ່ງຮ່າຢາງ ຈັດການແລກປ່ຽນວຽກງານວິຊາສະເພາະ ໄຕມາດທີ 2 ປີ 2023 ກັບຄະນະຜູ້ແທນກອງຄຸ້ມຄອງຊາຍແດນ ປາຍເຊືອແຂວງ ກວາງຊີປະເທດ ຈີນ.

ນະທີ່ນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບແລກປ່ຽນຂໍ້ມູນຂ່າວສານ ແລະ ແຈ້ງສະພາບການໃຫ້ກັນຊາບ ເປັນປະຈຳ; ສືບຕໍ່ປະຕິບັດ “ເອກະສານນິຕິກຳກ່ຽວກັບຊາຍແດນທາງບົກ ຫວຽດນາມ - ຈີນ 3 ສະບັບ” ຢ່າງເຂັ້ມງວດ; ເພີ່ມທະວີການສຶກສາອົບຮົມກ່ຽວກັບກົດໝາຍໃຫ້ແກ່ປະຊາຊົນເຂດຊາຍແດນຂອງແຕ່ລະຝ່າຍ, ສະກັດກັ້ນພົນລະເມືອງຂອງກັນເຂົ້າຮ່ວມການກະທຳຜິດຜ່ານຊາຍແດນ ຢ່າງມີປະສິດທິຜົນ.

ສອງຝ່າຍກໍເຫັນດີເພີ່ມທະວີການລາດຕະເວນ, ຄວບຄຸມເຂດຈຸດສຸມ, ສະກັດກັ້ນການເຄື່ອນໄຫວນຳເຂົ້າ, ສົ່ງອອກຢ່າງຜິດກົດໝາຍຢ່າງມີປະສິດທິຜົນ; ມີມາດຕະການສົມທົບກັນ, ຜັນຂະຫຍາຍການຮັບມືກັບກໍລະນີລະເມີດກົດໝາຍຢ່າງມີປະສິດທິຜົນ; ປ້ອງກັນຄວາມສະຫງົບ, ປອດໄພຢູ່ເຂດຊາຍແດນ; ຄົ້ນພົບຢ່າງທັນການ ແລະ ມີໄຫວພິບໃນການສົມທົບ, ຕໍ່ສູ້, ສະກັດກັ້ນບັນດາເປົ້າໝາຍເປັນປໍລະປັກແຊກຊຶມ, ໄປມາຂ້າມຊາຍແດນຂອງສອງຝ່າຍ; ປ້ອງກັນຄວາມສະຫງົບ, ປອດໄພ, ຊຸກຍູ້ເສດຖະກິດເຂດຊາຍແດນໃຫ້ພັດທະນາຢ່າງແຮງ ແລະ ເປີດກວ້າງຮູບແບບ ແລະ ຂົງເຂດພົວພັນແລກປ່ຽນ, ຮ່ວມມືຢ່າງບໍ່ຢຸດຢັ້ງ.

(ແຫຼ່ງຄັດຈາກ VOV)

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ນາຍ​ທະ​ຫານ​ໜຸ່ມກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ: ​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ - ກ້າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ໃນ​ອະ​ນາ​ຄົດ

ຕອນ​ບ່າຍ​ວັນ​ທີ 29 ພຶດ​ສະ​ພາ, ຢູ່​ນະ​ຄອນ ດ່າ​ໜັງ, ຄະ​ນະ​ຊາວ​ໜຸ່ມກອງ​ທັບ, ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ຈັດ​ລາຍ​ງານ​ພົບ​ປະ​ແລກ​ປ່ຽນ​ນາຍ​ທະ​ຫານ​ໜຸ່ມ ກອງ​ທັບ​ສາມ​ປະ​ເທດ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ.

Top