• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄທ ຈະປະກາດແຜນເຂົ້າຮ່ວມ CPTPP ຢ່າງເປັນທາງການໃນເດືອນມີນາ.

      ລັດຖະບານ ໄທ ຄາດວ່າຈະປະກາດແຜນການເຂົ້າຮ່ວມສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊິຟີກ (CPTPP) ຢ່າງເປັນທາງການໃນເດືອນມີນາ

ທ່ານຮອງນາຍົກລັດຖະມົນຕີ ສົມຄິດ ຈາຕຸສີພິທັກ
      ວັນທີ 18 ກຸມພາ ສື່ມວນຊົນຂອງ ໄທ ໃຫ້ຮູ້ວ່າ: ລັດຖະບານ ໄທ ຄາດວ່າຈະປະກາດແຜນການເຂົ້າຮ່ວມສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊິຟີກ (CPTPP) ຢ່າງເປັນທາງການໃນເດືອນມີນາໃນລະຫວ່າງການເດີນທາງຢ້ຽມຢາມ ປະເທດຍີ່ປຸ່ນ ຂອງທ່ານຮອງນາຍົກລັດຖະມົນຕີ ສົມຄິດ ຈາຕຸສີພິທັກ. ຄາດວ່າ ທ່ານ ຮອງນາຍົກລັດຖະມົນຕີ ສົມຄິດ ຈາຕຸສີພິທັກ ຈະໄປຢ້ຽມຢາມ ປະເທດຍີ່ປຸ່ນ ໃນເດືອນມີນາຈະມາເຖິງ ແລະ ຈະປະກາດຢ່າງເປັນທາງການກ່ຽວກັບຂໍ້ສະເໜີເຂົ້າຮ່ວມ CPTPP ໃນການເດີນທາງຢ້ຽມຢາມຄັ້ງນີ້.  ກະຊວງການຄ້າ ໄທ ຄາດວ່າຈະຍື່ນຂໍ້ສະເໜີກ່ຽວກັບການເຂົ້າຮ່ວມ CPTPP ຕໍ່ລັດຖະບານເພື່ອຮັບຮອງເອົາໃນເດືອນມີນານີ້. ຫຼັງຈາກໄດ້ຮັບຮອງເອົາແລ້ວ, ໄທຈະສົ່ງຂໍ້ສະເໜີດັ່ງກ່າວເຖິງບັນດາປະເທດສະມາຊິກຂອງ CPTPP.
 (ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top