• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂວາລະປະຊຸມເທື່ອທີ 2 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 14


ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ
(ພາບ: TTXVN)
 
      ຕອນ​ເຊົ້າ​ວັນ​ທີ 15/08 ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໄຂ​ວາລະ​ປະຊຸມ​ເທື່ອ​ທີ 2. ​ໃນ​ລະຫວ່າງ​ວັນ​ທີ 15 – 16/08, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ຄື: ຕີ​ລາຄາ​ໝາກຜົນ​ເບື້ອງ​ຕົ້ນກ່ຽວ​ກັບ​ການຈັ​ດຕັ້ງກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ປະຖົມມະ​ເລີກ ​ແລະ ວຽກ​ງານ​ກະກຽມ​​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2; ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍກຳລັງ​ພິທັກ​ຮັກສາ; ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຕຳຫລວດ​ຕາ​ແສງ ​ແລະ ບັນດາ​ເນື້ອ​ໃນ​ສຳຄັນ​ອື່ນໆ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ໃຫ້​ຮູ້​ວ່າ:
        “ວາລະ​ປະຊຸມ​ຄັ້ງ​ນີ້, ດ້ວຍ​ບັນດາ​​ເນື້ອ​ໃນ​ລຸ່ມ​ນີ້: ທີ 1 ​ແມ່ນຕີ​ລາຄາ​ໝາກຜົນ​ເບື້ອງ​ຕົ້ນກ່ຽວ​ກັບ​ການຈັດ​ຕັ້ງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຄັ້ງ​ປະຖົມມະ​ເລີກ ​ແລະ ​ໃຫ້​ຄຳ​ເຫັນ​ເລື່ອງ​ກະກຽມ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14; ທີ 2 ​ແມ່ນ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດໝາຍ​ວ່າ​ດ້ວຍກຳລັງ​ພິທັກ​ຮັກສາແລະ ຮ່າງ​ກົດໝາຍວ່າ​ດ້ວຍ​ຕຳຫລວດ​ຕາ​ແສງ. ທີ 3 ​ແມ່ນ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ໃບ​ສະ​ເໜີ​ຂອງ​ລັດຖະບານ​ທີ່​ກ່ຽວຂ້ອງ​​ເຖິງ​ເລື່ອງ​ປັບປຸງ​ແຜນການ​ທຶນ​ຕ່າງປະ​ເທດ​ປີ 2016; ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ໃບ​ສະ​ເໜີ​ຂອງ​ລັດຖະບານ​ກ່ຽວ​ກັບ​ຂໍ້ສະ​​ເໜີ​ນຳ​ໃຊ້​ແຫຼ່ງທຶນພັນທະບັດ​ລັດຖະບານໄລຍະ 2012  2015 ຂອງ​ໂຄງການໜອງ ຕາ​ແຈ້​ກ ​ໃຫ້​ເໝາະ​ສົມ​ກັບຄ່າ​ຊົດ​ເຊີຍ, ຍົກຍ້າຍ​ປະຊາຊົນ​​ໄປຕັ້ງ​ຖິ່ນ​ຖານ​ຄົງ​ທີ່.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top