• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂປີທ່ອງທ່ຽວແຫ່ງຊາດ - ບຸນ ຮວາລື 2021 ດ້ວຍຫົວຂໍ້ “ຮວາລື - ກຸງເກົ່ານັບພັນປີ”

      ຕອນຄ່ຳວັນທີ 20 ເມສາ, ຢູ່ເຂດປູຊະນີຍະສະຖານລະດັບຊາດພິເສດ ຮວາລື, ຂຶ້ນກັບຕາແສງ ເຈື່ອງອຽນ, ເມືອງຮວາລື ແຂວງ ນິງບິ່ງ ໄດ້ດຳເນີນພິທີໄຂ ປີທ່ອງທ່ຽວແຫ່ງຊາດ - ບຸນຮວາລື 2021 ດ້ວຍຫົວຂໍ້ ຮວາລື - ກຸງເກົ່ານັບພັນປີ”. 
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ພິທີ ໄຂ (ພາບ: TTXVN)
      ກ່າວຄຳເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ: ດ້ວຍການຊີ້ນຳນຳພາຂອງພັກ, ການເຂົ້າຮ່ວມຂອງທັງລະບົບການເມືອງ, ພິເສດແມ່ນການເຂົ້າຮ່ວມຂອງປະຊາຊົນ, ຫວຽດນາມ ໄດ້ ແລະ ກຳລັງຄວບຄຸມໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ. ຫວຽດນາມ ໄດ້ກາຍເປັນຈຸດພົ້ນເດັ່ນໃນແຜນທີ່ທ່ອງທ່ຽວໂລກ. ນິງບິ່ງ ໄດ້ຮັບການເຊີດຊູວ່າ ແມ່ນໜຶ່ງໃນ 50 ສະຖານທີ່ທ່ອງທ່ຽວທີ່ດູດດື່ມທີ່ສຸດໃນໂລກ (ວາລະສານ  Business Insider, 2018), ແມ່ນໜຶ່ງໃນຈຳນວນ 20 ສະຖານທີ່ທ່ອງທ່ຽວແບບຄົ້ນຫາທີ່ຈັບໃຈທີສຸດ (Hostelworld 2020) ແລະ ພິເສດ ຜ່ານໃນໄລຍະຜ່ານມາ, ນິງບິ່ງ ໄດ້ຮັບການເລືອກເຟັ້ນວ່າ ແມ່ນ “ສະຖານທີ່ທີ່ຮັກແພງແຂກຄົນທີ່ສຸດ” ຕາມ (Traveller Review Awards, booking.com, 2021).
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮຽກຮ້ອງໃຫ້ປະຊາຊົນ ຈົ່ງພ້ອມກັນປະຕິບັດບັນດາຂໍ້ກຳນົດ, ຄຳແນະນຳຢ່າງເຂັ້ມງວດ ເພື່ອສາມາດດຳລົງຊີວິດຢ່າງປອດໄພ ແລະ ພັດທະນາໃນໄລຍະເກີດໂລກລະບາດໂຄວິດ - 19.
        ພາຍຫຼັງພິທີໄຂ ແມ່ນລາຍການສະແດງສິລະປະ ດ້ວຍຫົວຂໍ້ “ຮວາລື - ພັນປີຍັງກ້ອງກັງວານ” ດ້ວຍການສະແດງຂອງນັກສິລະປິນ ແລະ ປະຊາຊົນປະມານ 500 ຄົນ. 
 (ແຫຼ່ງຄັດຈາກ VOV)

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

4 ເດືອນ​ປະ​ຕິ​ບັດ​ຮູບ​ແບບ​ອຳ​ນາດ​ການ​ປົກ​ຄອງ 2 ຂັ້ນ: ບັນ​ດາ​ບາດ​ກ້າວ​ຫັນ​ປ່ຽນ​ທຳ​ອິດ ແລະ ການ​ກຳ​ນົດ​ທິດ​ໃຫ້​ແກ່ໄລຍະ​ທາງ​ຕໍ່​ໄປ

ພາຍຫຼັງເວລາ 4 ເດືອນທີ່ຜັນຂະຫຍາຍ ຮູບແບບອຳນາດການປົກຄອງ 2 ຂັ້ນ, ຫວຽດນາມ ບັນລຸໄດ້ບັນດາຜົນສຳເລັດໃນເບື້ອງຕົ້ນ ໃນການຈັດຕັ້ງຮູບແບບບໍລິຫານຄືນໃໝ່. ໄລຍະເວລານີ້ໄດ້ສະແດງໃຫ້ເຫັນວິທີກົງຈັກດັດປັບຕໍ່ການປ່ຽນແປງ, ວິທີ ປຊຊ ຮັບຮູ້ ແລະ ສິ່ງສຳຄັນກວ່າແມ່ນຮູບແບບນີ້ພວມເປີດການກຳນົດທິດໃຫ້ແກ່ໄລຍະທາງຕໍ່ໄປ.

Top