• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ 2017

      ຕອນຄຳ່ວັນທີ 28/7, ຢູ່ນະຄອນ ດ່ານັ້ງ ໄດ້ໄຂງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ 2017 ຄັ້ງທີ 4,

ໄຂງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ - ຍີ່ປຸ່ນ 2017
(ພາບ: dangcongsan.vn)
      ດ້ວຍຫົວຂໍ້ວ່າ “ຫວຽດນາມ - ຍີ່ປຸ່ນ: ສາຍໃຈທີ່ຍອດຍິ່ງ“. ງານບຸນປີນີ້ມີການເຂົ້າຮ່ວມຂອງຄະນະສິລະປະກອນຈຳນວນໜຶ່ງຂອງ ຫວຽດນາມ ແລະ ຍີ່ປຸ່ນ, ເຊິ່ງຈະແນະນຳດົນຕີທີ່ເປັນມູນເຊື້ອ, ທັນສະໄໝຂອງສອງພື້ນຖານວັດທະນະທຳຜ່ານບັນດາລາຍການສະແດງດົນຕີທີ່ດຳເນີນໃນ 3 ວັນຂອງງານບຸນ. ໃນຂອບເຂດງານບຸນກໍ່ຈັດການວາງສະແດງສິນຄ້າ, ດ້ວຍ 150 ຮ້ານເພື່ອແນະນຳ ແລະ ໂຄສະນາຜະລິດຕະພັນຂອງຫຼາຍຂະແໜງເຊັ່ນ: ເຕັກໂນໂລຢີ, ເຄື່ອງກົນຈັກໄຟຟ້າ, ແຟຊັນ, ເຄື່ອງຫັດຖະກຳສິລະປະ, ການຄ້າ…ນອກນັ້ນຍັງດຳເນີນກອງປະຊຸມສຳມະນາສົ່ງເສີມການທ່ອງທ່ຽວ ຍີ່ປຸ່ນ ຢູ່ ດ່ານັ້ງ, ລາຍການທ່ອງທ່ຽວຊອກຮູ້ວັດທະນະທຳ ແລະ ສາຍພົວພັນ ຫວຽດນາມ - ຍີ່ປຸ່ນ ອີກ. ອ້າຍ ບຣິວເທືອງ, ຫົວໜ້າຄະນະສິລະປະ ສະຫະກອນຕາແສງທ່ອງທ່ຽວອີງໃສ່ປະຊາຄົມຊາວເຜົ່າ ເກີຕູນາມຢາງ, ແຂວງ ກວາງນາມ, ໃຫ້ຮູ້ວ່າ:
        “ເມື່ອເຂົ້າຮ່ວມງານບຸນນີ້, ຂ້າພະເຈົ້າຮູ້ສຶກເປັນກຽດທີ່ສຸດຕໍ່ຕົວເອງກໍ່ຄືຊົນເຜົ່າ ເກີຕູ. ນີ້ແມ່ນໂອກາດເພື່ອໂຄສະນາກ່ຽວກັບວັດທະນະທຳ ແລະ ຊາວເຜົ່າ ເກີຕູ ຢູ່ທາງທິດຕາເວັນຕົກແຂວງ ກວາງນາມ. ໃນໄລຍະເວລາ 3 ວັນດຳເນີນງານບຸນ, ພວກຂ້າພະເຈົ້າຈະມີໂອກາດໄດ້ພົບປະແລະ ແນະນຳກ່ຽວກັບການທ່ອງທ່ຽວຂອງຊົນເຜົ່າຕົນເຖິງເພື່ອມິດຍີ່ປຸ່ນຢ່າງແນ່ນອນ. “

 (ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top