• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມເຈົ້າຫນ້າທີ່ອາວຸໂສອາຊຽນຄັ້ງທີ38

      ກ່າວຄຳເຫັນໄຂກອງປະຊຸມ, ພົນໂທ ເລກູຍເວືອງ, ຮອງລັດຖະມົນຕີກະຊວງຕຳຫລວດຫວຽດນາມ ເນັ້ນຫນັກວ່າ: ຫນຶ່ງໃນບັນດາສິ່ງທ້າທາຍໃຫຍ່ປະຈຸບັນຂອງອາຊຽນ ນັ້ນແມ່ນ ຕ້ອງແກ້ໄຂບັນຫາຢາບເສບຕິດພວມນາບຂູ່ເຖິງຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຊີວິດສະຫງົບສຸກຂອງປະຊາຊົນບັນດາປະເທດໃນພາກພື້ນ. 

ຜູ້ແທນເຂົ້າຮ່ວມກອງປະຊຸມເຈົ້າຫນ້າທີ່ອາວຸໂສ ອາຊຽນ
ພາບ:Vietnamplus
      ທ່ານຮອງລັດຖະມົນຕີ ເລກູຍເວືອງ ຢືນຢັນວ່າ: ໂດຍແມ່ນສະມາຊິກມີຄວາມຮັບຜິດຊອບໃນອາຊຽນ, ຫວຽດນາມ ໄດ້ຕັ້ງຫນ້າພ້ອມກັບອາຊຽນ ແກ້ໄຂບັນດາຄວາມຫຍຸ້ງຍາກ, ສັບສົນ, ສິ່ງທ້າທາຍຂອງບັນຫາປ້ອງກັນ, ຄວບຄຸມຢາເສບຕິດ ແລະ ອາດຊະຍາກຳທີ່ມີການຈັດຕັ້ງ, ນາບຂູ່ເຖິງຄວາມສະຫງົບ, ສະຖຽນລະພາບຢູ່ພາກພື້ນ, ປະກອບສ່ວນຍົກສູງທີ່ຕັ້ງບົດບາດຂອງ ອາຊຽນ ໃນສະພາບການໃຫມ່.
        “ບໍ່ຢືນຢູ່ນອກການຕໍ່ສູ້ກັບໄພຢາເສບຕິດຂອງພາກພື້ນ, ຫວຽດນາມ ພວມຕໍ່ສູ້ກັບອາດຊະຍາກຳຢາເສບຕິດເທື່ອລະກ້າວ ດ້ວຍບັນດາໝວດມາດຕະການຄົບຊຸດກ່ຽວກັບການຫລຸດຜ່ອນການສະຫນອງ, ຄວາມຕ້ອງການ ແລະ ຜົນຮ້າຍຈາກຢາເສບຕິດ.”
        ໃນກອງປະຊຸມ, ບັນດາເຈົ້າຫນ້າທີ່ ອາຊຽນ ໄດ້ຢືນຢັນ ເພື່ອປະຕິບັດ “ຄຳໝັ້ນສັນຍາລວມໃນການຕໍ່ສູ້ ແລະ ຮັບມືຢ່າງມີປະສິດທິຜົນກັບບັນຫາຢາເສບຕິດໂລກ”, ບັນດາປະເທດສະມາຊິກຂອງພາກພື້ນ ຄວນມີວິທີສຳຜັດຢ່າງດຸ່ນດ່ຽງໃນນະໂຍບາຍກ່ຽວກັບຢາເສບຕິດ, ຖືປັດໄຈມະນຸດເປັນໃຈກາງ. ຄຽງຂ້າງເລື່ອງສືບຕໍ່ຮັກສາຄວາມເຫັນດີເຫັນພ້ອມໃນນະໂຍບາຍ, ເສີມຂະຫຍາຍຢ່າງມີປະສິດທິຜົນບັນດາເຄື່ອງມືກົນໄກ ແລະ ເວທີປາໄສການຮ່ວມມືຂອງ ອາຊຽນ ໃນການປ້ອງກັນ, ຕ້ານຢາເສບຕິດ, ບັນດາປະເທດ ສະມາຊິກ ກໍ່ຄວນຮັກສາບັນດາກົນໄກຮ່ວມມືສອງຝ່າຍ, ຄວບຄຸມບັນດາເສັ້ນຊາຍແດນຢ່າງແຫນ້ນແຟ້ນ ເພື່ອຕ້ານອາດຊະຍາກຳຄ້າຂາຍຢາເສບຕິດຂ້າມຊາຍແດນ.
 (ແຫຼ່ງຄັດຈາກ VOV)
 

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top