• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມສຸດຍອດບັນດາປະທານສະພາແຫ່ງຊາດຍິງໂລກຄັ້ງທີ 11


(ໄຂກອງປະຊຸມສຸດຍອດບັນດາປະທານສະພາແຫ່ງຊາດຍິງໂລກຄັ້ງທີ11)
      ​​ຕອນ​ທ່ຽງ​ວັນ​ທີ 12/12 (ຕາມ​ເວ​ລາ​ທ້ອງ​ຖິ່ນ), ກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ທານ​ສະ​ພາ​ແຫ່ງ​ຊາ​ດ​ຍິງ​ໂລກ​ຄັ້ງ​ທີ 11 ຖື​ກໄຂ​ຂຶ້ນ​ຢູ່ Abu Dhabi, ບັນ​ດາ​ປະ​ເທດ ສະຫະລັດອາຣັບເອມມີເລດ (UAE). ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ.
        ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານປະ​ລິ​ຍາ​ເອກ A. Al Qubaisi, ປະ​ທານ​ສະ​ພາແຫ່ງ​ຊາດ UAE ຖື​ວ່າ, ກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ທານ​ສະ​ພາ​ແຫ່ງ​ຊາ​ດ​ຍິງ ແມ່ນ​ບ່ອນ​ເຕົ້​າ​ໂຮມ​ບັນ​ດາ​ການ​ນຳ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ລັດ​ຖະ​ມົນ​ຕີ, ບັນ​ດາ​ນັກ​ວ​ິ​ທະທະ​ຍາ​ສາດ​ພາກ​ເອ​ກະ​ຊົນ, ການ​ນຳ​ປະ​ຊາ​ຄົມ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ UAE ຖື​ວ່າ, ປະ​ຈຸ​ບັນ, ແມ່​ຍິງ​ແມ່ນ​ໃຈ​ກາງ​ຂອງ​ການ​ພັດ​ທະ​ນາ​ຂອງ​ສັງ​ຄົມ. ເຂົາ​ເຈົ້າ​ກໍ​ແມ່ນ​ບັນ​ດາ​ນັກ​ລົງ​ທຶນ​ໃຫຍ່​ທີ່​ສຸດ​ເຂົ້າ​ໃນ​ສັນ​ຕິ​ພາບ ແລະ ຄວາ​ມ​​ໝັ້ນ​ຄົງສາ​ກົນ, ມີ​ກຳ​ລັງ​ຄວາມ​ສາ​ມາດ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ລຸ້ນ​ຕ່າງໆ​ໃນ​ອະ​ນາ​ຄົດ.
        ຕາມ​ທ່ານ​ປະ​ທານສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົ​ນ (IPU) Saber Chowdhury, ໂລກ​ມີ​ແມ່​ຍິງກວ​ມກວ່າ 50%. ສະ​ນັ້ນ, ແມ່​ຍິງ​ກໍ​ມີ​ຄວາມ​ສຳ​ຄັນ​ເພືຶ່ອ​ປ່ຽນ​ແປງ​ໂລກ, ​ພ້ອມ​ກັນ​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທ​າຍ​ຄື: ການ​ຕ້ານ​ໄພ​ອຶດ​ຫິວ, ຫຼຸດຜ່ອນ​ຄວາມ​ທຸກ​ຍາກ, ການກໍ່​ການ​ຮ້າຍ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.
        ຄາດ​ວ່າ, ຕອນ​ບ່າຍ​ວັນ​ທີ 12/12 (ຕາມ​ເວ​ລາ​ທ້ອ​ງ​ຖິ່ນ), ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທ​ິ​ກິມ​ເງິນ ຈະ​ມີ​ບົດ​ກ່າວ​ປາ​ໄສ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື​ຫົວ​ເລື່ອງ​ສະ​ເພາະ​ຂອງ​ກອງ​ປະ​ຊຸມ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top