• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄັ້ງທີ 9 ຄະນະປະຈຳສະພາແຫ່ງຊາດ

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ
ກ່າວ​ຄຳ​ເຫັນ​ໄຂ​ກ​ອງ​ປ​ະ​ຊຸມ
(ພາບ: quochoi.vn)
       ​ຕອນ​ເຊົ້າ​ວັນ​ທີ 17/04, ຢ​ູ່​ຮ່າ​ໂນ້ຍ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ​້​ໄຂກອງປະ​ຊຸມ​ຄັ້ງ​ທີ 9 ດ້ວຍ​ເນື້ອ​ໃນ​ສຳ​ຄັນ​ຫຼາຍ​ຢ່າງ, ເພື່ອ​ກະ​ກຽ​ມ​ໃຫ້​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3, ສ​ະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 14, ເຊິ່​ງ​ຄາດ​ວ່າ​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 20/05 ຈະ​ມາ​ເຖິງ.
        ກ່າວ​ຄຳ​ເຫັນ​ໄຂ​ກ​ອງ​ປ​ະ​ຊຸມ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໃຫ້​ຮູ້​ວ່າ, ກອງ​ປະ​ຊ​ຸມ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ຮັບ​ເອົາ, ປັບ​ປຸງ​​ຮ່າງ​ກົດໝາຍ 6 ສະ​ບັບ, ພ້ອມ​ກັບ​ເນື້ອ​ໃນ​ສຳ​ຄັນ​ອື່ນໆ​ອີກ​ຫຼາຍ​ປະ​ການ.
        ໃນ​ຕອນ​ເຊົ້າ​ວັນ​ທີ 17/04, ເມື່ອ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດ​ໝາ​ຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ, ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໄດ້​ເປັນ​ເອ​ກ​ະ​ພາບ​ນຳ​ກັນ​ໂດຍ​ສັງ​ເຂບ​ຕາ​ມ​ທິດ​ຮັບ​ເອົາ, ອະ​ພິ​ປາຍ​ຂອງກຳ​ມາ​ທິການ​ເສດ​ຖະ​ກິດ, ເຫັນ​ດີ​ກັບ 3 ມາດ​ຕະຖານ​ກຳ​​ນົດ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ. ທ່ານນ​າງ​ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ໃຫ້​ຮູ້​ວ່າ.
        “ພວ​ກ​ເຮົາ​ນັບ​ຖື​ບັນ​ດາ​ນັກ​ລົງ​ທຶນ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ທີ່​ລົງ​ທຶນ​ເຂ​ົ້າ​ຫວຽດ​ນາມ ແຕ່​ຕ້ອງ​ຮັບ​ປະ​ກັນ​ລະ​ບອບ​ໃຫ້​ແກ່​ຄົນ​ງານ​ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ຖື​ວ່າ, ນີ້​ແມ່ນທັດ​ສະ​ນະ​ດ້ານ​ການ​ເມືອງ​ຂອງ​ພວກ​ເຮົາ​ຕໍ່​ໂລກ, ຄຳ​ໝັ້​ນ​ສັນ​ຍາ​ໃນ​​ອົງ​ການ​ແຮງ​ງານ​ສາ​ກົນ, ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ງານ, ແຕ່​ຕ້ອງ​ຮັບ​ປະ​ກັນໄດ້​ຊື້​ປະ​ກັນ​ໄພ​ສັງ​ຄົມ, ໄດ້​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ຈາກ​ສະ​ຫວັດ​ດີ​ການ​ສັງ​ຄົມ…”
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top