• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຄະນະບໍລິຫານ ASOSAI ຄັ້ງທີ 52

      ກອງປະຊຸມຄະນະບໍລິຫານ ASOSAI ຄັ້ງທີ 52 ແມ່ນໂອກາດເພື່ອໃຫ້ບັນດາເພື່ອນ ມິດສາກົນຮູ້ຈັກເຖິງອິດທິພົນຊື່ສຽງຂອງ SAI ຫວຽດນາມ ເວົ້າສະເພາະ, ກໍຄືປະເທດຊາດ ແລະຊາວຫວຽດນາມເວົ້າລວມ...

ພິທີໄຂກອງປະຊຸມ ຄະນະບໍລິຫານງານ ຄັ້ງທີ 52 ຂອງບັນດາອົງການກວດສອບບັນຊີ ສູງສຸດ ອາຊີ
 (ພສບ: TTXVN)
      ວັນທີ 18 ກັນຍາ, ທີ່ຮ້າໂນ້ຍ ໄດ້ດໍາເນີນກອງປະຊຸມຄະນະບໍລິຫານງານ ຄັ້ງທີ 52 ຂອງບັນດາອົງການກວດສອບບັນຊີ ສູງສຸດ ອາຊີ (ASOSAI), ໂດຍມີການເຂົ້າຮ່ວມຂອງບັນດາຜູ້ຕາງໜ້າຈາກບັນດາປະເທດສະມາຊິກ ຄະນະບໍລິຫານງານ ASOSAI ອາຍຸການ 2015 – 2018, ບັນດາປະເທດສະມາຊິກ ASOSAI ແລະ ບັນດາອົງການສັງເກດການ ເຊິ່ງແມ່ນອົງການ, ອົງການຈັດຕ້ັງສາກົນ ຄື: ອົງການລິເລີ່ມພັດທະນາຂອງອົງການຈັດຕັ້ງສາກົນ ບັນດາອົງການກວດສອບບັນຊີສູງສຸດ ແລະ ທ່ານຮອງຫົວໜ້າອົງການກວດສອບບັນຊີແຫ່ງລັດ  ແລະ ຄະນະກໍາມະການຂອງ ASOSAI. ຕາມທ່ານ ດວານຊວນຕຽນ ຮອງຫົວໜ້າອົງການກວດສອບບັນຊີແຫ່ງລັດ ຫວຽດນາມ ໃຫ້ຮູ້ວ່າ:
        ກອງປະຊຸມຄະນະບໍລິຫານ ASOSAI ຄັ້ງທີ 52 ແມ່ນໂອກາດເພື່ອໃຫ້ບັນດາເພື່ອນ ມິດສາກົນຮູ້ຈັກເຖິງອິດທິພົນຊື່ສຽງຂອງ SAI ຫວຽດນາມ ເວົ້າສະເພາະ, ກໍຄືປະເທດຊາດ ແລະຊາວຫວຽດນາມເວົ້າລວມ. ນີ້ກໍແມ່ນໂອກາດເພື່ອໃຫ້ພວກເຮົາຖອດຖອນ, ແລກ ປ່ຽນບົດຮຽນໃນການເຄື່ອນໄຫວດ້ານວິຊາການໃນການກວດສອບບັນຊີສາທາລະນະ. ຄວາມຫວັງຂອງພວກເຮົາໃນກອງປະຊຸມຄັ້ງນີ້ແມ່ນ ດ້ວຍການເປັນປະທານ ASOSAI ໃນອາຍຸການ 3 ປີຕໍ່ໄປ, ພ້ອມກັບຄະນະບໍລິຫານ, ພວກເຮົາຈະນໍາພາ 46 ປະເທດສະມາຊິກ ບັນລຸຜົນສໍາເລັດໃນອາຍຸການນີ້ ເພື່ອສ້າງຄວາມປະທັບໃຈທີ່ດີງາມ ແລະ ອິດທິພົນຊື່ສຽງໃນການຈັດຕັ້ງ ASOSAI”.
        ທີ່ກອງປະຊຸມດັ່ງກ່າວ, ບັນດາຜູ້ແທນເຂົ້າຮ່ວມ ໄດ້ຮັບຟັງບົດລາຍງານເກືອບ 20 ບົດ, ດ້ວຍບັນດາເນື້ອໃນສໍາຄັນຄື: ປຶກສາຫາລືບັນດາບັນຫາ ທີ່ໄດ້ຍົກອອກມາໃນບົດບັນທຶກຂອງກອງປະຊຸມຄະນະບໍລິຫານ ASOSAI ຄັ້ງທີ 51, ປຶກສາຫາລືບັນດາບັນຫາຍຸດທະສາດ ເພື່ອກໍ່ສ້າງຂັ້ນຕອນ, ແຜນການຜັນຂະຫຍາຍຂອງໂຄງການ ແລະ ການເຄື່ອນໄຫວໃນເວລາ 5 ປີ ຈະມາເຖິງ... ພ້ອມກັນນັ້ນ, ບັນດາຜູ້ແທນກໍປຶກສາຫາລືກ່ຽວກັບຮ່າງຖະແຫຼງການ ຮ່າໂນ້ຍ ເຊິ່ງເປັນໜຶ່ງໃນບັນດາເອກະສານສໍາຄັນຂອງກອງປະຊຸມໃຫຍ່ ASOSAI 14 ແລະບົດ ສະຫຼຸບບັນດາໝາກຜົນຂອງການເຮັດວຽກທີ່ສໍາຄັນ ໃນການປະຕິບັດການກວດສອບບັນຊີສິ່ງແວດລ້ອມ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top