• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໃນ​ທຸກໆ​ບາດ​ກ້າວ​ພັດ​ທະ​ນາ​ຂອງ ຫວຽດ​ນາມ​ຍາມ​ໃດ​ກໍ່​ມີ​ຂີດ​ໝາຍ​ຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ລັດ​ເຊຍ

ການນຳຂັ້ນສູງຂອງ ຫວຽດນາມ ແລະ ສະຫະພັນລັດເຊຍ ກໍ່ສະແດງຄວາມຊົມເຊຍຕໍ່ການພັດທະນາຢ່າງແຮງ ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ລັດເຊຍໃນໄລຍະທີ່ຜ່ານມາ.

ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານ V.Putin ປະທານາທິບໍດີ ລັດເຊຍ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ (30 ມັງກອນ 1950 – 30 ມັງກອນ 2020), ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ, ທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມໄດ້ແລກປ່ຽນໂທລະເລກອວຍພອນກັບ ທ່ານ V.Putin ປະທານາທິບໍດີ ລັດເຊຍ, ທ່ານ M.Mishustin ນາຍົກລັດຖະມົນຕີ ລັດເຊຍ, ທ່ານ V.Matviyenko ປະທານສະພາສະຫະພັນສະພາແຫ່ງຊາດ ລັດເຊຍ, ທ່ານ V.Volodin ປະທານ Duma ແຫ່ງຊາດ ສະພາແຫ່ງຊາດລັດເຊຍ.

ໃນໂທລະເລກຂອງ ທ່ານ ຫງວຽນຝູຈ້ອງ ທີ່ສົ່ງໄປຍັງ ທ່ານ V.Putin ມີຕອນຂຽນວ່າ: “ໃນໄລຍະເກືອບ 100 ປີທີ່ຜ່ານມາ, ປະຊາຊົນສອງປະເທດ ຍາມໃດກໍ່ໄດ້ຮ່ວມເດີນທາງ, ຄຽງບ່າຄຽງໄຫຼ່, ຈາກບັ້ນຮົບປ້ອງກັນ ມົດສະກູ ໃນລະດູໜາວປີ 1941 ຕະຫຼອດຮອດການຕໍ່ສູ້ປົດປ່ອຍປະເທດຊາດ, ທ້ອນໂຮມປະເທດເປັນເອກະພາບຂອງປະຊາຊົນ ຫວຽດນາມ, ກໍ່ຄືພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນ ອະນາຄົດ”.

ສ່ວນທ່ານ V.Putin ໄດ້ເນັ້ນໜັກວ່າ: 70 ປີທີ່ຜ່ານມາ ໄດ້ສ້າງ ໜ້າປະຫວັດສາດແຫ່ງນ້ຳໃຈມິດຕະພາບ ແລະ ສຳພັນທະມິດ ທີ່ແທດຈິງລະຫວ່າງສອງຊາດ. ພວກເຮົາຍາມໃດກໍ່ຢູ່ຄຽງຂ້າງກັນໃນຕະຫຼອດໄລຍະເວລາທີ່ຫຍຸ້ງຍາກລຳບາກທີ່ສຸດຂອງ ການຕໍ່ສູ້ຍາດເອົາເອກະລາດ, ເສລີພາບຂອງ ປະຊາຊົນ ຫວຽດນາມ, ກໍ່ຄືໃນໄລຍະຟື້ນຟູ ປະເທດຊາດໃນອະນາຄົດ”.

(ແຫຼ່ງຄັດຈາກ VOV)

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ​ສະ​ຖາ​ບັນ​ຍຸ​ຕິ​ທຳ ຫວຽດ​ນາມ ແລະ ສະ​ຖາ​ບັນ​ຍຸ​ຕິ​ທຳ​ແຫ່ງ​ຊາດ ລາວ

ບົນພື້ນຖານການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ຫວຽດນາມ - ລາວ, ກວ່າ 2 ທົດສະວັດຜ່ານມາ, ສະຖາບັນຍຸຕິທຳ ຫວຽດນາມ ແລະ ສະຖາບັນຍຸຕິທຳລາວ ໄດ້ພ້ອມກັນຂຽນຕໍ່ເລື່ອງລາວທີ່ດີງາມກ່ຽວກັບການແບ່ງປັນພູມປັນຍາ, ການໜູນຊ່ວຍເຊິ່ງກັນແລະກັນ ໃນພາລະກິດ ກໍ່ສ້າງຖັນແຖວພະນັກງານກົດໝາຍໃຫ້ໝັ້ນຄົງເຂັ້ມແຂງ. ຈາກບັນດາການຢ້ຽມຢາມຄັ້ງທຳອິດ, ບັນດາຊຸດຮຽນທີ່ງ່າຍດາຍໃນຕົ້ນຊຸມປີ 2000, ຕະຫຼອດຮອດບັນດາໂຄງການຮ່ວມມືຂະໜາດໃຫຍ່, ການພົວພັນນັ້ນໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງດ້ວຍນ້ຳໃຈສະຫາຍ, ອ້າຍນ້ອງທີ່ສະໜິດຕິດພັນ.

Top