• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຮງໝໍກອງທັບສູນກາງ 108 ສູ້ຊົນພັດທະນາໃຫ້ທັດທຽມກັບພາກພື້ນ ແລະ ສາກົນ

      ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ປາດຖະໜາວ່າ ໂຮງໝໍ 108 ຈະສືບຕໍ່ເສີມຂະຫຍາຍມູນເຊື້ອ, ຍົກສູງລະດັບວິຊາສະເພາະ, ການຄົ້ນຄວ້າວິທະຍາສາດ, ບຳລຸງສ້າງ, ປ່ຽນແປງໃໝ່, ປະດິດຄິດສ້າງ, ໝູນໃຊ້ບັນດາຜົນງານຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ເຂົ້າໃນການກວດ, ປິ່ນປົວ ຢ່າງບໍ່ຢຸດຢັ້ງ, ສົມກັບເປັນໂຮງໝໍ, ສູນສາທາລະນະສຸກແຖວໜ້າຂອງກອງທັບ ແລະ ຂອງລັດ, ທັດທຽມກັບພາກພື້ນ ແລະ ສາກົນ. 
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ (ພາບ:TTXVN)
      ເນື່ອງໃນໂອກາດສະເຫຼີມສະຫຼອງວັນມູນເຊື້ອຂອງໂຮງໝໍສູນກາງກອງທັບ 108 ຄົບຮອບ 70 ປີ (1/4/1951 – 1/4/2021), ວັນທີ 30 ມີນາ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ, ເລຂາຄະນະພັກການທະຫານສູນກາງ ໄດ້ສົ່ງຈົດໝາຍອວຍພອນ. ໃນຈົດໝາຍ ທ່ານໄດ້ເນັ້ນໜັກວ່າ ຜ່ານ 70 ປີ ແຫ່ງການກໍ່ສ້າງ, ພັດທະນາ ແລະ ເຕີບໃຫຍ່ຂະຫຍາຍຕົວ, ໂຮງໝໍກອງທັບສູນກາງ 108 ໄດ້ເປັນເຈົ້າການ, ປະດິດຄິດສ້າງ, ຕັ້ງໜ້າຄົ້ນຄວ້າ, ບຳລຸງສ້າງ, ໝູນໃຊ້ຜົນງານວິທະຍາສາດ, ເຕັກໂນໂລຢີທັນສະໄໝ ເພື່ອຍົກສູງຄຸນນະພາບການກວດ, ປິ່ນປົວ, ດູແລສຸຂະພາບໃຫ້ການນຳ, ອະດີດການນຳຂັ້ນສູງຂອງພັກ, ລັດ, ກອງທັບ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ພະນັກງານ, ນັກຮົບ ແລະ ປະຊາຊົນ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ປາດຖະໜາວ່າ ໂຮງໝໍ 108 ຈະສືບຕໍ່ເສີມຂະຫຍາຍມູນເຊື້ອ, ຍົກສູງລະດັບວິຊາສະເພາະ, ການຄົ້ນຄວ້າວິທະຍາສາດ, ບຳລຸງສ້າງ, ປ່ຽນແປງໃໝ່, ປະດິດຄິດສ້າງ, ໝູນໃຊ້ບັນດາຜົນງານຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ເຂົ້າໃນການກວດ, ປິ່ນປົວ ຢ່າງບໍ່ຢຸດຢັ້ງ, ສົມກັບເປັນໂຮງໝໍ, ສູນສາທາລະນະສຸກແຖວໜ້າຂອງກອງທັບ ແລະ ຂອງລັດ, ທັດທຽມກັບພາກພື້ນ ແລະ ສາກົນ. 
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top