• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດCovid– 19: ເລຂາທິການໃຫຍ່ສປຊ ຮຽກຮ້ອງໃຫ້ທົ່ວໂລກສົມທົບກັນເພື່ອແນໃສ່ຮັບມືກັບໂລກລະບາດCovid– 19

      ວັນທີ 19 ມີນາ, ທ່ານ Antonio Guterres ເລຂາທິການໃຫຍ່ສປຊ ໄດ້ກ່າວເຕືອນວ່າຖ້າຫາກວ່າບໍ່ມີການຄວບຄຸມຢ່າງທັນການ, ອາດຈະມີປະຊາຊົນຫຼາຍລ້ານຄົນຢູ່ບັນດາປະເທດທຸກຍາກເສຍຊີວິດຍ້ອນເຊື້ອໄວຣັດ SARS –CoV– 2.

ທ່ານ Antonio Guterres ເລຂາທິການໃຫຍ່ ສະຫະປະຊາຊາດ (ພາບ: THX/TTXVN)
      ຕາມນັ້ນແລ້ວ, ທ່ານກໍ່ຮຽກຮ້ອງໃຫ້ທົ່ວໂລກ ສົມທົບກັນຮັບມືກັບໂລກລະບາດ. ຕາມທ່ານAntonio Guterresແລ້ວ, ບັນດາປະເທດຄວນຢຸດຕິການນຳໃຊ້ຍຸດທະສາດການແພດສະເພາະ, ແທນທີ່ນັ້ນແມ່ນຕ້ອງມີຄວາມໂປ່ງໃສ, ທົ່ວໂລກສົມທົບກັນເພື່ອຊ່ວຍເຫຼືອບັນດາປະເທດທີ່ຍັງບໍ່ທັນກຽມພ້ອມໃຫ້ແກ່ວິກິດການດັ່ງກ່າວ.
            ສ່ວນການໜູນຊ່ວຍດ້ານເສດຖະກິດໃນທົ່ວໂລກ, ທ່ານAntonio Guterresຖືວ່າໂລກຕ້ອງສຸມໃສ່ຊ່ວຍເຫຼືອບັນດາກຸ່ມທີ່ມີຄວາມສ່ຽງສູງກ່ວາໝູ່, ໃນນັ້ນມີ: ຜູ້ອອກແຮງງານທີ່ມີລາຍຮັບຕ່ຳ, ວິສາຫະກິດຂະໜາດນ້ອຍແລະກາງ. ກອງທຶນເງິນຕາສາກົນ(IMF), ທະນາຄານໂລກ (WB) ແລະບັນດາລະບອບລະບຽບການດ້ານການເງິນຕ່າງໆໄດ້ສວມບົດບາດສຳຄັນໃນການໜູນຊ່ວຍດ້ານການເງິນໃຫ້ແກ່ບັນດາປະເທດທີ່ພວມປະສົບກັບຄວາມຫຍຸ້ງຍາກ.
 (ແຫຼ່ງຄັດຈາກ VOV)

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ປະ​ທາ​ນາ​ທິ​ບໍ​ດີ ແຟງ​ລັງ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ ພ້ອມ​ດ້ວຍ​ພັນ​ລະ​ຍາ ແລະ ຄະ​ນະ​ຜູ້​ແທນ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ຢູ່ທຳນຽບປະທານາທິບໍດີ ຢູ່ ນະຄອນຫຼວງ Helsinki, ທ່ານປະທານາທິບໍດີ ສ. ແຟງລັງ Alexander Stubb ແລະ ພັນລະຍາ ໄດ້ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ມາຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ແຕ່ວັນທີ 20 – 22 ຕຸລາ.

Top