• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂລກລະບາດໂຄວິດ - 19 ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກ່ວາ 5 ລ້ານຄົນ

      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງ ເຊົ້າຂອງວັນທີ 8 ພະຈິກ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 250 ລ້ານຄົນ ໃນນັ້ນມີ ກ່ວາ 5 ລ້ານຄົນເສຍຊີວິດ.
ພາບປະກອບ: AFP/TTXVN
      ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນ 3 ປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19, ໂດຍຮັບຮູ້ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຕາມ ລຳດັບແມ່ນ ກ່ວາ 47,3 ລ້ານຄົນ; 34,3 ລ້ານຄົນ ແລະ 21, 8 ລ້ານຄົນ. ກ່ຽວກັບຈຳນວນຜູ້ເສຍຊີວິດ, ອາເມລິກາ ຢັ້ງຢືນມີຈຳນວນຜູ້ເສຍຊີວິດຫຼາຍກ່ວາໝູ່ ດ້ວຍ 775.205 ຄົນ, ຖັດຈັກນັ້ນແມ່ນ ບຣາຊິນ ແລະ ອິນເດຍ.
ສ່ວນຢູ່ຫວຽດນາມ, ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ໃນວັນທີ 08 ພະຈິກ ແລ້ວ, ນັບແຕ່ເວລາ 16 ໂມງຂອງວັນທີ 07 ພະຈິກ ຫາເວລາ 16 ໂມງຂອງວັນທີ 08 ພະຈິກ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 7.988 ຄົນ. ສະນັ້ນ, ໄລ່ມາຮອດປະຈຸບັນ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 976.672 ຄົນ, ປິ່ນປົວຫາຍດີເປັນປົກກະຕິ 841.475 ຄົນ, ມີຜູ້ເສຍຊີວິດ 22.598 ຄົນ. ຈຳນວນວັກຊິນກັນໂຄວິດ-19 ໄດ້ສັດແລ້ວແມ່ນ 90.684.561, ຜູ້ໄດ້ສັກເຂັມທີ 2 ແມ່ນ 29.333.128 ໂດສ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top