• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແບ່ງປັນບົດຮຽນກ່ຽວກັບກົນໄກດ້ານການເງິນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

      ວັນທີ 13 ມິຖຸນາ ຢູ່ ຮ່າໂນ້ຍ, ສະພາກາແດງ ຫວຽດນາມ, ສະພາກາແດງ ເຢຍລະມັນ ປະຈຳ ຫວຽດນາມ ສົມທົບກັນຈັດຕັ້ງ ກອງປະຊຸມພາກພື້ນຄັ້ງທຳອິດຢູ່ ອາຊີ ກ່ຽວກັບໂຄງການໜູນຊ່ວຍດ້ານການເງິນ ໂດຍອີງໃສ່ການຄາດຄະເນ 
      (ພາບປະກອບ)
      ທີ່ນອນໃນຂອບເຂດແຜນການເຄື່ອນໄຫວມະນຸດສະທຳ ເພື່ອແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໂດຍລັດຖະບານ ເຢຍລະມັນ ອຸປະຖຳ. ທີ່ກອງປະຊຸມ, ບັນດາຜູ້ແທນແບ່ງປັນບົດຮຽນ, ຂໍ້ມູນຂ່າວສານກ່ຽວກັບກົນໄກໜູນຊ່ວຍດ້ານການເງິນມະນຸດສະທຳໃໝ່ ມີລັກສະນະຫົວຄິດປະດິດສ້າງ, ອະນຸຍາດໃຫ້ເຄື່ອນໄຫວ, ຮັບມືກັບໄພທຳມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດຢ່າງວ່ອງໄວ ໂດຍອີງໃສ່ການຄາດຄະເນ, ຜັນຂະຫຍາຍບັນດາຂັ້ນຕອນຕາມມາດຖານ ເມື່ອເກີດໄພທຳມະຊາດ. ບັນດາຜູ້ແທນກໍ່ປຶກສາຫາລືກ່ຽວກັບວິທີການເຊິ່ງມີຢູ່ແລ້ວ ແລະ ສ້າງແຜນການມີລັກສະນະພາກພື້ນ; ໜູນຊ່ວຍປັບປຸງວິທີການໜູນຊ່ວຍການເງິນ ອີງໃສ່ການຄາດຄະເນ; ດຶງດູດຄວາມສົນໃຈ ແລະ ໜູນຊ່ວຍຂອງບັນດານັກອຸປະຖຳ, ນັກວາງແຜນນະໂຍບາຍ. ກອງປະຊຸມພາກພື້ນ ອາຊີ ກ່ຽວກັບໂຄງການໜູນຊ່ວຍການເງິນອີງໃສ່ການຄາດຄະເນ (FbF) ຈະດຳເນີນຈົນຮອດວັນທີ 15 ມິຖຸນາ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top