• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂ​ວງ​ດົ່ງ​ນາຍ​ໜູນ​ຊ່ວຍ​ກຳ​ມະ​ກອນ, ຜູ້​ອອກ​ແຮງ​ງານ​ເພື່ອ​ໃຫ້​ຜູ້​ໃດ​ກໍ່​ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ປອດ​ໄພ, ອົບ​ອຸ່ນ ແລະ ມີ​ສະ​ຫງົບ​ສຸກ

ໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິໍ່ງເຫ້ວ ໄດ້ມອບຂອງຂວັນບຸນເຕັດກ່ວາ 500 ພູດໃຫ້ແກ່ກຳລັງປະກອບອາວຸດ, ກຳລັງຢູ່ແນວໜ້າ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ກຳມະກອນ, ຜູ້ອອກແຮງງານປະສົບກັບຄວາມຫຍຸ້ງຍາກ, ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົນທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ໃນບໍລິເວນແຂວງດົ່ງນາຍ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ຕອນເຊົ້າວັນທີ 24 ມັງກອນ, ໃນໂອກາດກະກຽມຕ້ອນຮັບບຸນເຕັດປະຈຳຊາດປີຂານ 2022, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ລົງຢ້ຽມຢາມ, ເຮັດວຽກກັບຄະນະປະຈຳຄະນະພັກແຂວງດົ່ງນາຍ. ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໃຫ້ຮູ້ວ່າ ບ້ວງງົບປະມານປີການເງິນ, ເງິນຕາດ້ວຍຂອບຂະໜາດ 350 ພັນຕື້ດົ່ງ ທີ່ສະພາແຫ່ງຊາດຫາກໍ່ຮັບຮອງເອົາ ໄດ້ສະຫງວຽນແຫຼ່ງກຳລັງໜູນຊ່ວຍການສ້າງບັນດາລະບອບລະບຽບການໃຫ້ແກ່ກຳມະກອນອອກແຮງງານ. ລັດຖະບານ ພວມກະກຽມບັນຊີລາຍຊື່ໂຄງການປະຕິບັດບ້ວງເງິນໜູນຊ່ວຍນີ້ ເພື່ອຍື່ນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ.

ໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິໍ່ງເຫ້ວ ໄດ້ມອບຂອງຂວັນບຸນເຕັດກ່ວາ 500 ພູດໃຫ້ແກ່ກຳລັງປະກອບອາວຸດ, ກຳລັງຢູ່ແນວໜ້າການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ກຳມະກອນ, ຜູ້ອອກແຮງງານປະສົບກັບຄວາມຫຍຸ້ງຍາກ, ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົນທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ໃນບໍລິເວນແຂວງດົ່ງນາຍ.

 ໃນຕອນບ່າຍວັນທີ 24 ມັງກອນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດໃຫ້ແກ່ພະນັກງານ, ນັກຮົບກຳລັງປະກອບອາວຸດ ກອງພັນ ອູມິງ 2 ແລະ ບັນດາສະມາຊິກ, ຜູ້ອອກແຮງງານຢູ່ຕາແສງ ຟອງດຽນ, ເມືອງ ເຈິ່ນວັນເທີຍ, ແຂວງກາເມົາ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top