• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງເທ່ືອທຽນເຫວ້ ຮັບຫຼຽນໄຊແຮງງານຊັ້ນໜຶ່ງ ຂອງປະທານປະເທດລາວ

      ທ່ານ ສັນຕິພາບ ພົມວິຫານ, ເລຂາ, ເຈົ້າແຂວງໆສະຫວັນນະເຂດ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ ແຂວງເທື່ອທຽນ - ເຫວ້. 

ທ່ານ ສັນຕິພາບ ພົມວິຫານ, ເລຂາ, ເຈົ້າແຂວງໆສະຫວັນນະເຂດ ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ ແຂວງເທື່ອທຽນ - ເຫວ້  (ພາບ: baomoi.com)
      ວັນທີ 29 ພະຈິກ, ຢູ່ແຂວງເທື່ອທຽນເຫວ້ ໂດຍໄດ້ຮັບການມອບສິດຈາກປະທານປະເທດລາວ, ທ່ານ ສັນຕິພາບ ພົມວິຫານ, ເລຂາ, ເຈົ້າແຂວງໆສະຫວັນນະເຂດ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ ແຂວງເທື່ອທຽນ - ເຫວ້. ນີ້ແມ່ນລາງວັນອັນສູງສົ່ງຈາກ   ສປປ.ລາວ ມອບໃຫ້ແຂວງເທື່ອທຽນເຫວ້ ຍ້ອນແຂວງມີບັນດາການປະກອບສ່ວນສໍາຄັນເຂົ້າໃນການປັບປຸງນໍ້າໃຈສາມັກຄີ, ມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງແຂວງ, ປະຊາຊົນສອງປະເທດຫວຽດນາມ - ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືລະຫວ່າງຫວຽດນາມ - ລາວ ແລະ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ລາວ.
        ເນື່ອງໃນໂອກາດນີ້, ທ່ານສັນຕິພາບ ພົມວິຫານ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ບັນດາການຊ່ວຍເຫຼືອຂອງພັກ, ລັດ ແລະ ປະຊາຊົນຫວຽດນາມເວົ້າລວມ ແລະ ແຂວງເທື່ອທຽນເຫວ້ເວົ້າສະເພາະ. ພ້ອມກັນນັ້ນ, ທ່ານສັນຕິພາບ ພົມວິຫານ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຜັນຂະຫຍາຍປະຕິບັດ ບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງສອງປະເທດ ເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີ ແລະພ້ອມກັນປົກປັກຮັກສາ, ພັດທະນາ, ກ້າວຂຶ້ນຕາມເສັ້ນທາງທີ່ສອງພັກໄດ້ວາງອອກ.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ ເສົາຄ້ຳຂອງລັດທິຫຼາຍຝ່າຍ

ຫວຽດນາມ ແມ່ນປະເທດພິສູດຢ່າງມີຊີວິດຊີວາໃຫ້ແກ່ເສັ້ນທາງສັນຕິພາບ, ການພັດທະນາ ແລະ ແມ່ນ “ເສົາຄ້ຳຂອງລັດທິຫຼາຍຝ່າຍ”

ຫວຽດນາມ ໄດ້ ແລະ ພວມແມ່ນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບ, ຍາມໃດກໍ່ຮ່ວມເດີນທາງພ້ອມກັບສະຫະປະຊາຊາດ.

Top