• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງຮ່ານາມຕັ້ງໜ້າເຂົ້າຮ່ວມຈັດຕັ້ງ ງານບຸນ Vesak ສະຫະປະຊາຊາດ 2019

      ງານບຸນ Vesak ສະຫະປະຊາຊາດ 2019 ມີຫົວຂໍ້ວ່າ: ວິທີການສຳຜັດຂອງພຸດທະສາສະໜາກ່ຽວກັບການຊີ້ນຳນຳພາທົ່ວໂລກ ແລະ ຄວາມຮັບຜິດຊອບ ພ້ອມກັນແບ່ງປັນເພື່ອສັງຄົມໝັ້ນຄົງ
        ວັນທີ 5 ມີນາ, ຄະນະກໍາມະການປະຊາຊົນແຂວງ ຮ່ານາມ ໄດ້ຈັດຕັ້ງກອງປະຊຸມຜັນຂະຫຍາຍແຜນການສົມທົບ, ຊ່ວຍເຫຼືອ ສະມາຄົມພຸດທະສາສະໜາ ຫວຽດນາມ ຈັດຕັ້ງງານບຸນ Vesak ສະຫະປະຊາຊາດປີ 2019, ເຊິ່ງຄາດວ່າຈະດໍາເນີນໃນລະຫວ່າງວັນທີ 10 – 15 ພຶດສະພາ ຢູ່ສູນວັດທະນະທໍາພຸດທະສາສະໜາ ວັດ ຕາມຈຸກ, ເມືອງກິມບ໋າງ, ແຂວງຮ່ານາມ ຫວຽດນາມ.

ກອງປະຊຸມຜັນຂະຫຍາຍແຜນການສົມທົບ, ຊ່ວຍເຫຼືອ ສະມາຄົມພຸດທະສາສະໜາ ຫວຽດນາມ ຈັດຕັ້ງງານບຸນ
Vesak ສະຫະປະຊາຊາດປີ 2019 (ພາບ:hanam.gov.vn)
      ຕາມນັ້ນແລ້ວ,  ຄະນະກໍາມະການປະຊາຊົນແຂວງຮ່ານາມ ໄດ້ຊີ້ນໍາໃຫ້ບັນດາພະແນກ, ຄະນະ, ຂະແໜງການ ແລະ ຫົວໜ່ວຍກ່ຽວຂ້ອງ ສົມທົບ ແລະ ຊ່ວຍເຫຼືອບັນດາອະນຸກໍາມະການຂຶ້ນກັບຄະນະກໍາມະການຈັດຕັ້ງງານບຸນ Vesak 2019 ແລະ ສະມາຄົມພຸດທະສາສະໜາຫວຽດນາມ ແຂວງຮ່ານາມ ປະຕິບັດວຽກງານກະກຽມ ເພື່ອຮັບປະກັນໃຫ້ງານບຸນ Vesak ດໍາເນີນໄປດ້ວຍດີ. ໜູນຊ່ວຍແຫຼ່ງຊັບພະຍາກອນມະນຸດຄືຊາວໜຸ່ມ, ນັກຮຽນ, ນັກສຶກສາອາສາສະໝັກເຂົ້າຮ່ວມພິທີໃຕ້ທູບລອຍກະທົງພາວະນາໃຫ້ມີສັນຕິພາບ; ຈັດຕັ້ງບັນດາການເຄື່ອນໄຫວວັນບຸນວິສາຂະບູຊາໃນບໍລິເວນເມືອງ, ນະຄອນ ຕາມຄໍາຊີ້ນໍາຂອງສູນກາງສະມາຄົມພຸດທະສາສະໜາຫວຽດນາມ.
        ງານບຸນ Vesak ສະຫະປະຊາຊາດ 2019 ມີຫົວຂໍ້ວ່າ: “ວິທີການສຳຜັດຂອງພຸດທະສາສະໜາກ່ຽວກັບການຊີ້ນຳນຳພາທົ່ວໂລກ ແລະ ຄວາມຮັບຜິດຊອບ ພ້ອມກັນແບ່ງປັນເພື່ອສັງຄົມໝັ້ນຄົງ”. ງານບຸນ Vesak ຈະມີການເຂົ້າຮ່ວມຂອງກວ່າ 10.000 ຄົນ, ໃນນັ້ນລວມມີຜູ້ມີຍົກສັກຕໍາແໜ່ງ ແລະ ການນໍາຂອງສະມາຄົມ, ນິກາຍສາສະໜາພຸດ, ນັກວິທະຍາສາດ, ນັກຄົ້ນຄວ້າກ່ຽວກັບພຸດສາສະໜາສາດ ປະມານ 1.500 ທ່ານ ແລະ ສາສະນິກກະຊົນທີ່ມາຈາກກວ່່າ 100 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ ແລະ ແຂກທ່ອງທ່ຽວມາຈາກສາລະທິດ. 
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top