• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເອກວາດໍ ແລະ ຫວຽດນາມ ເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ

ວັນທີ 08 ພຶດສະພາ, ທີ່ສຳນັກງານປະທານາທິບໍດີ ເອກວາດໍ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ.ຫວຽດນາມ ຫງວຽນງອັກເຊີນ ໄດ້ຍື່ນສານແຕ່ງຕັັ້ງຕໍ່ຜູ້ຮັກສາການປະທານາທິບໍດີ ເອກວາດໍ Maria Alejandra Vicuna.

ເອກວາດໍ ແລະ ຫວຽດນາມ ເພີ່ມທະວີການຮ່ວມມືໃນຫລາຍຂົງເຂດ (ພາບ: TTXVN)

ກ່າວຄຳເຫັນທີ່ການຕ້ອນຮັບພາຍຫລັງພິທີຍື່ນສານແຕ່ງຕັ້ງ, ຜູ້ຮັກສາການປະທານາທິບໍດີ ເອກວາດໍ Maria Alejandra Vicuna ໃຫ້ຮູ້ວ່າ: ເພື່ອແນໃສ່ເພີ່ມທະວີການພົວພັນກັບ ຫວຽດນາມ ກ່ວາອີກ, ລັດຖະບານ ເອກວາດໍ ຕົກລົງຈະເປີດອົງການຕາງໜ້າການທູດປະຈຳ ຮ່າໂນ້ຍ ໂດຍໄວ, ພ້ອມທັງສະແດງຄວາມປາດຖະໜາວ່າ ລັດຖະບານ ຫວຽດນາມ ກໍ່ຈະພິຈາລະນາຢ່າງຕັ້ງໜ້າເລື່ອງເປີດສະຖານທູດ ຫວຽດນາມ ປະຈຳ Quito.

        ສ່ວນທ່ານເອກອັກຄະລັດຖະທູດ ຫງວຽນງອັກເຊີນ ມີຄວາມເຊື່ອໝັ້ນຢ່າງແນວແນ່ວ່າການພົວພັນ 2 ປະເທດຈະພັດທະນາຢ່າງແຮງກ່ວາອີກໃນໄລຍະຈະມາເຖິງ. ທ່ານເອກອັກຄະລັດຖະທູດຢືນຢັນວ່າ ຈະມານະພະຍາຍາມປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເປີດກ້ວາງການພົວພັນ 2 ປະເທດກ່ວາອີກ, ພິເສດແມ່ນໃນຂົງເຂດການຮ່ວມມືເສດຖະກິດປະຈຸບັນຍັງຈຳກັດຢູ່ເມື່ອທຽບໃສ່ກັບຄວາມສາມາດບົ່ມຊ້ອນຂອງ 2 ປະເທດ.

(ແຫຼ່ງຄັດຈາກ VOV)


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top