• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຫດແຜ່ນດິນໄຫວຢູ່ ອິນໂດເນເຊຍ: ແຂກທ່ອງທ່ຽວກ່ວາ 2.000 ຄົນໄດ້ຍົກຍ້າຍໄປເຖິງສະຖານທີ່ປອດໄພ

      ກຳລັງກູ້ໄພກູ້ຊີບພວມຊອກຫາບັນດາຜູ້ຍັງມີຊີວິດຢູ່ຕາມຊາກບັນດາເຮືອນຊານ, ອາຄານ, ໂບດ ແລະ ໂຮງຮຽນທີ່ຖືກເປ່ເພເສຍຫາຍໃນເຫດແຜ່ນດິນໄຫວເກີດຂຶ້ນໃນຕອນຄ່ຳວັນທີ 5 ສິງຫາ.

ພາບປະກອບຈາກ AFP/TTXVN
      ວັນທີ 6 ສິງຫາ, ອິນໂດເຍເຊຍ ໄດ້ຍົກຍ້າຍແຂກທ່ອງທ່ຽວກ່ວາ 2.000 ຄົນພາຍຫຼັງເຫດແຜ່ນດິນໄຫວມີຄວາມແຮງ 7 richter ຢູ່ Lombok, ທາງທິດຕາເວັນຕົກຂອງ Nusa Tenggara, ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດມີ 98 ຄົນ. ກຳລັງກູ້ໄພກູ້ຊີບພວມຊອກຫາບັນດາຜູ້ຍັງມີຊີວິດຢູ່ຕາມຊາກບັນດາເຮືອນຊານ, ອາຄານ, ໂບດ ແລະ ໂຮງຮຽນທີ່ຖືກເປ່ເພເສຍຫາຍໃນເຫດແຜ່ນດິນໄຫວເກີດຂຶ້ນໃນຕອນຄ່ຳວັນທີ 5 ສິງຫາ. ຄາດວ່າ, ມີແຂກທ່ອງທ່ຽວປະມານ 2.000 – 2.700 ຄົນໄດ້ອົບພະຍົບຈາກໝູ່ເກາະ Gili, ຫ່າງຈາກເຂດທະເລຂອງ Lombok ໄປທາງທິດຕາເວັນຕົກສ່ຽງເໜືອ ປະມານ  2 – 3 ກມ.
        ທ່ານ Sutopo Purwo Nugroho, ໂຄສົກຂອງອົງການຫລຸດຜ່ອນໄພພິບັດທຳມະຊາດ ອິນໂດເນເຊຍ (BNPB), ໄດ້ກ່າວເຕືອນວ່າ ຈຳນວນຜູ້ເສຍຊີວິດ ແລະ ຮັບບາດເຈັບ ຈະເພີ່ມຂຶ້ນອີກ ແລະ ຢັ້ງຢືນວ່າຜູ້ເສຍຊີວິດທັງໝົດແມ່ນຊາວ ອິນໂດເນເຊຍ. ເຫດແຜ່ນດິນໄຫວໄດ້ເຮັດໃຫ້ປະມານ 20.000 ຄົນຕ້ອງປະລະເຮືອນຊານຢູ່ Lombok, ເຮັດໃຫ້ຄວາມຕ້ອງການດ້ານທັນຍາຫານ ແລະ ຢຸກຢາແມ່ນມີຄວາມຈຳເປັນຍິ່ງກ່ວາສິ່ງໃດໝົດ.
 (ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top