• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍມູນເຊື້ອເສັ້ນທາງໂຮ່ຈິມິນບົນທະເລໃນພາລະກິດສ້າງສາ ແລະ ປົກປັກຮັກສາອະທິປະໄຕຂອງປະເທດຊາດ

ເນື່ອງໃນໂອກາດພິທີສະເຫຼີມສະຫຼອງ 60 ປີ ແຫ່ງວັນເປີດເສັ້ນທາງໂຮ່ຈິມິນບົນທະເລ(ວັນທີ 23ຕຸລາ 1961- ວັນທີ 23 ຕຸລາ 2021), ຕອນບ່າຍວັນທີ 19 ຕຸລາຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມຫງວຽນຊວນຟຸກ ໄດ້ພົບປະກັບຄະນະຜູ້ແທນນັກຮົບເກົ່າ ເສັ້ນທາງໂຮ່ຈິມິນບົນທະເລ ແລະ ບັນດາຜູ້ຕາງໜ້າພະນັກງານ ນັກຮົບເຫຼົ່າທັບເຮືອທີ່ມີຜົນງານ, ວິລະກຳອັນດີເດັ່ນ.

ທ່ານປະທານປະເທດ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ການພົບປະ

  ກ່າວຄຳເຫັນທີ່ການພົບປະ, ທ່ານປະທານປະເທດຫງວຽນຊວນຟຸກ ໄດ້ຢືນຢັນວ່າ ການເປີດເສັ້ນທາງໂຮ່ຈິມິນບົນທະເລ ສະແດງໃຫ້ເຫັນວິໄສທັດຍຸດທະສາດ, ຫົວຄິດປະດິດສ້າງ, ຄວາມປິຊາສາມາດຂອງພັກ ແລະ ປະທານໂຮ່ຈິມິນ. ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອເສັ້ນທາງໂຮ່ຈິມິນບົນທະເລໃນພາລະກິດສ້າງສາ ແລະ ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ, ເຂດໄຫຼ່ທະວີບຂອງປະເທດຊາດໃນສະພາບການໃໝ່, ເສີມຂະຫຍາຍມູນເຊື້ອຂອງເຫຼົ່າທັບເຮືອ, ທ່ານປະທານປະເທດຫງວຽນຊວນຟຸກ ຊີ້ແຈ້ງວ່າ :

    “ ຫວຽດນາມມີເນື້ອທີ່ດິນຕໍ່ແຜ່ນ 3.3000 ຕາລາງ ກມ, ມີ 3 ສ່ວນແມ່ນພູຜາ, 4 ສ່ວນແມ່ນທະເລ ແລະ ມີພຽງສ່ວນໜຶ່ງແມ່ນດິນກະສີກຳ. ດັ່ງນັ້ນ ທະເລບໍ່ພຽງແຕ່ແມ່ນເຂດເພື່ອຄວາມຍືນຍົງຄົງຕົວເທົ່ານັ້ນ, ຫາກຍັງແມ່ນເຂດນ້ຳແດນດິນທີ່ສັກກະຫຼະບູຊາຂອງປະເທດຊາດອີກດ້ວຍ. ພວກເຮົາເດັດດຽວປົກປັກຮັກສາຜືນແຜ່ນດິນຂອງປະເທດຫວຽດນາມສົງຄົມນິຍົມ. ຂ້າພະເຈົ້າສະເໜີໃຫ້ກໍ່ສ້າງເຫຼົ່າທັບເຮືອໃຫ້ທັນສະໄໝ ຄືດັ່ງມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ວາງອອກ”

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top