• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສີມຂະຫຍາຍຄຸນຄ່າວັດທະນະທຳໂຮ່ຈີມິນ, ຮັກສາມໍລະດົກ ໂຮ່ຈີມິນ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ສະເຫນີ ແຂວງ ເງ້ອານ ເອົາໃຈໃສ່ການປົກປັກຮັກສາ, ເຊີດຊູ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳໂຮ່ຈີມິນ.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ຕັດແຖບຜ້າເປີດສະຫລອງຫໍອະນຸສອນສະຖານປະທານໂຮ່ຈີມິນ. (ພາບ: TTXVN)

ຕອນເຊົ້າວັນທີ 12 ທັນວາ ຢູ່ ເຂດປູຊະນີຍະສະຖານ ກີມລຽນ, ຕາແສງ ກີມລຽນ ເມືອງ ນາມດານ ແຂວງ ເງ້ອານ ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 60 ປີແຫ່ງວັນລຸງໂຮ່ກັບຄືນມາຢ້ຽມຢາມບ້ານເກີດເມືອງນອນຄັ້ງທີ 2 ແລະ ເປີດສະຫລອງຫໍອະນຸສອນສະຖານປະທານໂຮ່ຈີມິນ ໃນບໍລິເວນເຂດປູຊະນີຍະສະຖານ.

ກ່າວຄຳເຫັນນະພິທີ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ສະເຫນີ ແຂວງ ເງ້ອານ ເອົາໃຈໃສ່ການປົກປັກຮັກສາ, ເຊີດຊູ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳໂຮ່ຈີມິນ, ໃນນັ້ນ ມີເຂດ ປູຊະນີຍະສະຖານ ກີມລຽນ ແລະ ຫໍອະນຸສອນສະຖານປະທານໂຮ່ຈີມິນ. ນີ້ແມ່ນສະຖານທີ່ເພື່ອແນໃສ່ຮັກສາ, ເສີມຂະຫຍາຍບັນດາມໍລະດົກໂຮ່ຈີມິນ ເພື່ອສຶກສາມູນເຊື້ອປະຕິວັດ, ສຶກສາແນວຄິດ ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃນທົ່ວປະເທດ ເປັນຕົ້ນແມ່ນລຸ້ນຫນຸ່ມປະຈຸບັນ ແລະ ອະນາຄົດ.

(ແຫຼ່ງຄັດຈາກ VOV)

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ຮີບເຮັ່ງສ້າງບົດລາຍງານຕ້ານການຂຸດຄົ້ນ IUU ໃຫ້ສຳເລັດ

ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ໃຫ້ຮູ້ວ່າ ໄດ້ສ້າງຮ່າງບົດລາຍງານຄວາມຄືບໜ້າໃນການຕ້ານການຂຸດຄົ້ນ IUU ເພື່ອສົ່ງໃຫ້ຄະນະກຳມະການ ເອີລົບ (ອີຊີ) ແລະ ສົ່ງໄປຂໍຄຳເຫັນບັນດາສະມາຊິກຄະນະຊີ້ນຳ.

Top