• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວັບໄຊ Foreign Affair Asia: ຫວຽດນາມ ມານະພະຍາຍາມຍົກເລີກບັດເຫຼືອງ IUU

      ວັນທີ 9 ກໍລະກົດ, ເວັບໄຊ Foreign Affair Asia ໄດ້ລົງບົດຂຽນດ້ວຍການໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມມານະພະຍາຍາມຢ່າງສຸດຂີດເພື່ອສະກັດກັ້ນບັນດາການເຄື່ອນໄຫວຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ໄດ້ຮັບການຄວບຄຸມ (IUU) ເພື່ອຍາດແຍ່ງກາລະໂອກາດອັນໃຫຍ່ຫຼວງຈາກບັນດາຂໍ້ຕົກລົງສົ່ງອອກສິນໃນນໍ້າໃນອະນາຄົດ. 

(ພາບ: TTXVN)
      ບົດຂຽນດ່ັງກ່າວໃຫ້ຮູ້ວ່າ ຕົ້ນເດືອນມິຖຸນາ ຜ່ານມາ, ການນໍາຫວຽດນາມ ໄດ້ອະນຸມັດຜ່ານແຜນການປະຕິບັດສັນຍາກ່ຽວກັບມາດຕະການແຫ່ງຊາດທີ່ມີທ່າກໍ່າປັ່ນ ແນໃສ່່ປ້ອງກັນ, ສະກັດກັ້ນ ແລະ ລົບລ້າງການຫາປາຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກໍານົດຂອງອົງການອາຫານ ແລະ ການກະເສດ ສປຊ (FAO) ຮອດປີ 2025. ຫວຽດນາມ ໄດ້ຍູ້ແຮງຄວາມມານະພະຍາຍາມສະກັດກັ້ນຕ້ານຄືນການເຄື່ອນໄຫວຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ໄດ້ຮັບການຄວບຄຸມ ນັບແຕ່ຂັ້ນທ້ອງຖິ່ນຕະຫຼອດຮອດຂັ້ນສູນກາງ ແລະ ການຮ່ວມມືສາກົນ.
        ບົດຂຽນດັ່ງກ່າວ ກໍໄດ້ເຕື້ອງເຖິງສອງແຜນການໃໝ່ໃນຄວາມມານະພະຍາຍາມ ຂອງຫວຽດນາມ IUU ໃນການ ຍົກເລີດ IUU ນັ້ນແມ່ນ ແຜນການກະທໍາແຫ່ງຊາດ ກ່ຽວກັບການຄຸ້ມຄອງຂີ້ເຫຍື້ອພະລາດສະຕິກຢູ່ມະຫາສະໝຸດ ຮອດປີ 2030 ແລະ ແຜນການ 5 ປີ ດ້ວຍເປົ້າໝາຍຄວບຄຸມ ແລະ ສະກັດກັ້ນບັນດາການເຄື່ອນໄຫວຫາປາຢ່າງຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ໄດ້ຮັບການຄວບຄຸມ ແລະ ເລື່ອງກໍ່າປັ່ນຫາປາຊອກຫາວິທີເຂົ້າທຽບທ່າ ແລະ ນໍາໃຊ້ບັນດາທ່າກໍ່າປັ່ນຂອງຫວຽດນາມ ເພື່ອສົ່ງຕໍ່ສິນທະເລ.
 (ແຫຼ່ງຄັດຈາກ VOV)
 
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top