• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສ ອາຊຽນ - ອົດສະຕາລີ ຄັ້ງທີ 33: ຮ່ວມມືເພື່ອສັນຕິພາບ ແລະ ການເຕີບໂຕແບບຍືນຍົງ

      ໂດຍແມ່ນຄູ່ຮ່ວມມືທຳອິດຂອງ ອາຊຽນ (ສ້າງການພົວພັນແຕ່ປີ 1974), ອົດສະຕາລີ ຍາມໃດກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງອາຊຽນ. 
ທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)
      ວັນທີ 17 ມີນາ, ທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ ພ້ອມກັບບັນດາຫົວໜ້າ SOM ອາຊຽນ ແລະ ທ່ານ Justin Hayhurst ຮອງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ ເຂົ້າຮ່ວມເວທີປາໄສ ອາຊຽນ - ອົດສະຕາລີ ຄັ້ງທີ 33 ຕາມຮູບການທາງອອນລາຍ.
        ໂດຍແມ່ນຄູ່ຮ່ວມມືທຳອິດຂອງ ອາຊຽນ (ສ້າງການພົວພັນແຕ່ປີ 1974), ອົດສະຕາລີ ຍາມໃດກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງອາຊຽນ. ດ້ວຍນະໂຍບາຍສະເໝີຕົ້ນສະເໝີປາຍໂດຍຖືການພົວພັນກັບ ອາຊຽນ ເປັນສຳຄັນ, ອົດສະຕາລີ ສະໜັບສະໜູນຢ່າງແຮງບົດບາດເປັນໃຈກາງຂອງ ອາຊຽນກໍ່ຄືເຂົ້າຮ່ວມການປະກອບສ່ວນເຂົ້າໃນ ບັນດາວິວັດການເຈລະຈາ ແລະ ການຮ່ວມມືໂດຍອາຊຽນເປັນເຈົ້າພາບຈັດຕັ້ງ ໃນພາກພື້ນ.
        ໂດຍຕາງໜ້າບັນດາປະເທດ ອາຊຽນ ກ່າວຄຳເຫັນກ່ຽວກັບການຮ່ວມມືເສດຖະກິດ ໃນພາກພື້ນ, ທ່ານ ຮອງລັດຖະມົນຕີ ຫງວຽນກ໊ວກຢຸງ ໄດ້ເນັ້ນໜັກວ່າ ໃນສະພາບການເສດຖະກິດພາກພື້ນພວມຖືກຮັບຜົນກະທົບຢ່າງສັບສົນຄືໃນປັດຈຸບັນ, ອາຊຽນ ແລະ ອົດສະຕາລີ ຕ້ອງມານະພະຍາຍາມຮັກສາທ່າເຊື່ອມຕໍ່ເສດຖະກິດ ພາກພື້ນ, ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງສຳຄັນຄື: ສັນຍາພາກພື້ນການຄ້າເສລີ ອາຊຽນ - ອົດສະຕາລີ - ນິວຊີແລນ,ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ແລະ ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປະຊີຟິກ (CPTPP) ຢ່າງມີປະສິດທິຜົນ, ແທດຈິງ, ປະກອບສ່ວນເຂົ້າໃນການຮັກສາການເປີດປະຕູ, ສ້າງການເຊື່ອມຕໍ່ລະບົບສະໜອງຢ່າງເປັນປົກກະຕິ, ໜູນຊ່ວຍບັນດາວິສາຫະກິດ, ຊຸກຍູ້ການຟື້ນຟູ.
(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top