• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລື່ອງທ່ານນາຍົກລັດຖະມົນຕີຕົກລົງປະກາດໂລກລະບາດໃນທົ່ວປະເທດແມ່ນເພື່ອແນໃສ່ລະດົມຄວາມເປັນຈິດໜຶ່ງໃຈດຽວກັນໃນທົ່ວລະບົບການເມືອງ

      ວັນທີ 1 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກໄດ້ປະກາດໃຊ້ຂໍ້ຕົກລົງເລກທີ 447/QD – TTG ວ່າດ້ວຍການປະກາດໂລກລະບາດ Covid  - 19 ໃນທົ່ວປະເທດ. 

ທ່ານຮອງນາຍົກລັດຖະມົນຕີຫວຽດນາມຫວູດຶກດາມກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບ Covid - 19 
(ພາບ: TTXVN) 
      ໂດຍເຮັດໃຫ້ ເນື້ອໃນຂໍ້ຕົກລົງດັ່ງກ່າວມີຄວາມຈະແຈ້ງກ່ວາເພື່ອໃຫ້ປະຊາຊົນເຂົ້າໃຈຢ່າງຖືກຕ້ອງ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມຫວູດຶກດາມເນັ້ນໜັກວ່າເລື່ອງທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກລົງນາມຂໍ້ຕົກລົງປະກາດໂລກລະບາດໃນທົ່ວໂລກລວມມີ 3 ເປົ້າໝາຍຕົ້ນຕໍແມ່ນ:
            ທີ 1 ແມ່ນເພື່ອໃຫ້ທົ່ວລະບົບການເມືອງເປັນຈິດໜຶ່ງໃຈດຽວກັນເຮັດໃຫ້ເພີ່ມທະວີນ້ຳໃຈຄວາມຮັບຜິດຊອບຂອງບັນດາກຳລັງສະກັດກັ້ນໂລກລະບາດໃນແຕ່ລະທ້ອງຖິ່ນແຕ່ລະຂະແໜງທີ 2 ແມ່ນເພື່ອໃຫ້ປະຊາຊົນຮັບຮູ້ຄວາມຮັບຜິດຊອບຂອງຕົນຢ່າງຈະແຈ້ງກ່ວາອີກໃນການເຂົ້າຮ່ວມປະຕິບັດບັນດາຄຳຊີ້ນຳຂອງພັກລັດແລະການແນະນຳຂອງຂະແໜງສາທາລະນະສຸກເພື່ອໃຫ້ປະຊາຊົນແຕ່ລະຄົນລ້ວນແຕ່ແມ່ນນັກຮົບທີ່ເຂົ້າຮ່ວມການສະກັດກັ້ນໂລກລະບາດຢ່າງແທ້ຈິງທີ 3, ແມ່ນພາຍຫຼັງທ່ານນາຍົກລັດຖະມົນຕີລົງນາມຂໍ້ຕົກລົງວ່າດ້ວຍການປະກາດໂລກລະບາດໃນທົ່ວປະເທດໝາຍຄວາມວ່າທຸກໆກຳລັງເຂົ້າຮ່ວມການສະກັດກັ້ນໂລກລະບາດໃນທົ່ວປະເທດໄດ້ຊົມໃຊ້ລະບອບນະໂຍບາຍໃນໄລຍະສະກັດກັ້ນໂລກລະບາດ.
 (ແຫຼ່ງຄັດຈາກ VOV)

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີນະຄອນ ເກິ່ນເທີພ້ອມກັບທົ່ວປະເທດ ມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ໃນປີ 2025 ແລະ ທັງອາຍຸການ ທີ່ໄດ້ວາງອອກ.

Top