• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລືອກເຟັ້ນນັກລົງທຶນເພື່ອພັດທະນາເທດສະບານເຊີນໄຕ,ຮ່າໂນ້ຍ

ທ່ານ​ຮ່​ວາງ​ຈ​ູງ​ຫາຍ ເຮັດ​ວຽກ​ກັບ​ການ​ນຳ​ເທດ​ສະ​ບານ​ເຊີນ​ໄຕ
       ວັນ​ທີ 3/1, ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ເທດ​ສະ​ບານ​ເຊີນ​ໄຕ, ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ​ປີ 2016, ທິດ​ທາງ, ໜ້າ​ທີ່​ຈຸດ​ສຸມ​ໃນ​ປີ 2017. ທ່ານ ຮ່​ວາງ​ຈ​ູງ​ຫາຍ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ ໄດ້​ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​​ທີ່ເທດ​ສະ​ບານ​ທີ່ບັນ​ລຸ​ໄດ້ ແລະ ​ລື່ນ​ກາຍ 22/24 ​ຄາດ​ໝາຍ​ເສດ​ຖະ​ກິດ - ສັງ​ຄົມ​ປີ 2016. ກ່ຽວ​ກັບ​ໜ້າ​ທີ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ເລ​ຂາ​ຄະ​ນະ​ພັກ ຮ່​ວາງ​ຈູງ​ຫາຍ ໄດ້​ເນັ້ນ​ໜັກ​ວ່າ: ເທດ​ສະ​ບານ​ຕ້ອງ​ພັດ​ທະ​ນາ​ກະ​ສິ​ກຳ​ຕາມ​ທິດ​ຜະ​ລິດ​ສິນ​ຄ້າ​ລວມ​ສູນ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​​ລະ​ຫວ່າງຜະ​ລິດ​ຕະ​ພັນ​ຂອງ​ທ້ອງ​ຖິ່ນ​ກັບ​ຕະ​ຫຼາດ, ​ລະ​ດົມ​ທຸກໆ​ແຫຼ່ງ​ກຳ​ລັງ​ເພື່ອ​ພັດ​ທະ​ນາ​ອຸດ​ສາ​ຫະ​​ກຳ ແລະ ອຸດ​ສາ​ຫະ​ກຳ​ນ້ອຍ​ຫັດ​ຖະ​ກຳ, ໜູນ​ຊ່ວຍ​ການ​ລົງ​ທຶນ​ໃຫ້​ແກ່​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ. ເຊີນ​ໄຕ ມີ​ຄວາມ​ສາ​ມາ​ດບົ່ມ​ຊ້ອນ​ດ້ານ​ການ​ທ່ອງ​ທ່ຽວ ແຕ່​ການ​ຮຽກ​ຮ້ອງ​​ນັກ​ລົງ​ທຶນ​ຍັງ​ຊັກ​ຊ້າ. ນະ​ຄອນ​ພວມ​ຊີ້​ນຳ​ວິ​ທີ​ເຮັດ​ໃໝ່​ເພື່​ອ​ດຶງ​ດູດ​, ເລືອກ​ເຟັ້ນ​ນັກ​ລົງ​ທຶນ​ໃຫຍ່, ​ລະ​ດັບ​ສາ​ກົນ​ມາ​ລົງ​ທຶນ​ຢູ່​ບັນ​ດາ​ເຂດ​ຕົວ​ເມືອງອ້ອມ​ແອ້ມ, ລະ​ດົມ​ແຫຼ່ງ​ກຳ​ລັງ, ສ້າງ​ການ​ເຊື່ອມ​ຕໍ່​ເພື່ອ​ໃຫ້​ບັນ​ດາ​ນັກ​ລົງ​ທຶນ​ອຸ່ນ​ອ່ຽນ​ໃຈ. ຈາກນັ້ນ ສ້າງ​ຈຸດ​ສຸມ​ການ​ພັດ​ທະ​ນາ ແທນ​ທີ​​ໃຫ້ການ​ພັດ​ທະ​ນາ​ຕາມ​ທິດຄ່ອຍໆ​ແຜ່​ຂະ​ຫຍາຍ, ສ້າງ​ເງື່ອນ​ໄຂ​ຫລຸດ​ຜ່ອນ​ຄວາມ​ກົດ​ດັນ​ໃນ​ເຂດ​ໃຈ​ກາງ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top