• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່ ICAPP ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ

ວັນທີ 12 ເມສາ, ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ຮ່ວາງບິ່ງກວນ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່ກອງປະຊຸມສາກົນບັນດາພັກຝ່າຍການເມືອງອາຊີ (ICAPP) Park Ro byung.


ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຮ່ວາງບິ່ງກວນ

ຕ້ອນຮັບທ່ານເລຂາທິການໃຫຍ່ ICAPP, Park Ro byung 

(ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ຮ່ວາງບິ່ງກວນ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນບົດບາດຂອງບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນມີບັນດາເວທີປາໄສຫຼາຍຝ່າຍພັກການເມືອງຄື ICAPP. ທ່ານຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຮ່ວາງບິ່ງກວນ ເນັ້ນໜັກວ່າ, ຫວຽດນາມ ໄດ້, ພວມ ແລະ ຈະສືບຕໍ່ເຂົ້າຮ່ວມບັນດາການເຄື່ອນໄຫວຂອງ ICAPP ບົນຈິດໃຈມີຄວາມຮັບຜິດຊອບ, ປະກອບສ່ວນສ້າງ ICAPP ໃຫ້ກາຍເປັນອົງການຈັດຕັ້ງພັກການເມືອງຫຼາຍຝ່າຍຢ່າງໝັ້ນຄົງ, ເຂັ້ມແຂງ.

      ສ່ວນທ່ານເລຂາທິການໃຫຍ່ ICAPP, Park Ro byung ໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງຕໍ່ເນື່ອງ, ແທດຈິງ, ມີປະສິດທິຜົນຂອງພັກກອມມູນິດຫວຽດນາມ ໃນບັນດາການເຄື່ອນໄຫວຂອງ ICAPP ເວົ້າລວມ ແລະ ຄະນະປະຈຳ ICAPP ເວົ້າສະເພາະໃນຊຸມປີຜ່ານມາ. ທ່ານ Park Ro byung ປາດຖະໜາວ່າ, ພັກກອມມູນິດຫວຽດນາມ ຈະສືບຕໍ່ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ວິວັດການພັດທະນາຂອງ ICAPP ໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)


ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ

ສະ​ພາ​ສູງ​ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ງົບ​ປະ​ມານ​ປ້ອງ​ກັນ​ປະ​ເທດ ສູງ​ລະ​ດັບ​ສະ​ຖິ​ຕິ

ຮ່າງກົດໝາຍຍັງໄດ້ຮັບຖືວ່າແມ່ນ ກົດໝາຍມອບສິດດ້ານປ້ອງກັນຊາດ ປີການເງິນ 2026 (NDAA), ແມ່ນໝາກຜົນຂອງການປຶກສາຫາລືລະຫວ່າງບັນດາສະບັບຕ່າງໆໂດຍສະພາຕ່ຳ ແລະ ສະພາສູງຮັບຮອງເອົາກ່ອນນັ້ນ.

Top