• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລຂາທິການໃຫຍ່,ປະທານປະເທດລາວພົບປະກັບອະດີດທະຫານອາສາສະໝັກ,ນັກຊ່ຽວຊານຫວຽດນາມຢູ່ລາວແລະລຸ້ນໜຸ່ມ 2 ປະເທດ

      ຕອນເຊົ້າວັນທີ 20 ທັນວາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງສປປລາວ ບຸນຍັງ ວໍລະຈິດ ໄດ້ມີການພົບປະກັບອະດີດທະຫານອາສາສະໝັກ, ນັກຊ່າວຊານຫວຽດນາມ ຢູ່ລາວ ແລະ ລຸ້ນໜຸ່ມຫວຽດນາມ, ນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ຫວຽດນາມ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ເຂົ້າຮ່ວມການພົບປະ.

(ທ່ານເລຂາທິການໃຫຍ່,ປະທານປະເທດລາວພົບປະກັບອະດີດທະຫານອາສາສະໝັກ,
ນັກຊ່ຽວຊານຫວຽດນາມຢູ່ລາວແລະລຸ້ນໜຸ່ມ 2 ປະເທດ)
      ທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ເນັ້ນໜັກວ່າ, ມູນເຊື້ອສາມັກຄີແບບພິເສດຫວຽດນາມ - ລາວ ແມ່ນຊັບສົມບັດອັນລ້ຳຄ່າລວມຂອງ 2 ຊາດໃນໄລຍະປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດໃນຕະຫຼອດ 40 ປີຜ່ານມາ.
        ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຊີ້ແຈ້ງວ່າ, ໃນເງື່ອນໄຂສະພາບການໂລກ ແລະ ພາກພື້ນພວມມີການຜັນແປຢ່າງສັບສົນ, ວ່ອງໄວ, ຍິ່ງກວ່າເວລາໃດໝົດ ປະຊາຊົນ 2 ປະເທດ, ພິເສດແມ່ນລຸ້ນໜຸ່ມ 2 ປະເທດ ຕ້ອງມີຄວາມຮັບຜິດຊອບສູງໃນການປົກປັກຮັກສາ, ສ້າງສາ, ເສີມຂະຫຍາຍການພົວພັນທີ່ຫາຍາກ, ໂປ່ງໄສລະຫວ່າງປະຊາຊົນລາວ - ຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຢືນຢັນວ່າ, ຈະສືບຕໍ່ພ້ອມກັບພັກ, ລັດ ແລະ ປະຊາຊົນຫວຽດນາມ ປົກປັກຮັກສາ, ສ້າງສາສາຍພົວພັນແບບພິເສດນີ້ໃຫ້ກາຍເປັນມໍລະດົກ ເພື່ອສືບທອດໃຫ້ລຸ່ນຕໍ່ໆໄປ.
        ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ແລະ ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ໄດ້ມອບຂອງຂວັນໃຫ້ແມ່ຫວຽດນາມ ວິລະຊົນ 5 ຄົນ ທີ່ຕາງໜ້າໃຫ້ແມ່ຫວຽດນາມ ວິລະຊົນນັບພັນຄົນ ທີ່ມີຜົວ, ລູກໄດ້ເສຍສະຫຼະຊີວິດຢູ່ເຂດດິນແດນຂອງລາວ ເພື່ອພື້ນຖານເອກະລາດຂອງ 2 ຊາດລາວ - ຫວຽດນາມ.

(ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ຄະນະຕິດຕໍ່ພົວພັນທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ຢູ່ລາວ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ)
      ແລະ ກໍ່ໃນຕອນບ່າຍວັນທີ 20 ທັນວາ, ຢູ່ຮ່າໂນ້ຍ, ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ຄະນະຕິດຕໍ່ພົວພັນທະຫານອາສາສະໝັກ, ນັກຊ່ຽວຊານຫວຽດນາມ ຢູ່ລາວ ໄດ້ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຂອບໃຈສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ບັນດາທະຫານອາສາສະໝັກຫວຽດນາມ, ບັນດານັກຊ່ຽວຊານຫວຽດນາມ ທີ່ໄດ້ຊ່ວຍເຫຼືອປະຊາຊົນລາວ ໃນຊຸມປີຕໍ່ສູ້ ກໍຄືໃນພາລະກິດສ້າງສາປະເທດຊາດໃນປະຈຸບັນ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ສະມາຄົມມິດຕະພາບຫວຽດນາມ - ລາວ ສືບຕໍ່ມີການເຄື່ອນໄຫວແທດຈິງຫຼາຍຢ່າງກວ່າອີກ ເພື່ອເຮັດໃຫ້ສາຍພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ, ລາວ - ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top