• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເມືອງ ຫຼີເຊີນ ຈັດຕັ້ງພິທີອາໄລຫາທະຫານ ຮ່ວາງຊາ

      ວັນທີ 1 ພຶດສະພາ (ກົງກັບວັນທີ 16 ເດືອນ 3 ໄລ່ຕາມຈັນທະປະຕິທິນ), ຢູ່ສາລາບ້ານ  ອານຫວີງ, ຕາແສງ ອານຫວີງ, ເມືອງຫຼີເຊີນ, ແຂວງ ກ໋ວາງຫງາຍ ໄດ້ຈັດຕັ້ງພິທີອາໄລຫາທະຫານ ຮ່ວາງຊາ.

(ພິທີອາໄລຫາທະຫານຮ່ວາງຊາ ໄດ້ກາຍເປັນປະເພນີ)
      ພິທີອາໄລຫາທະຫານຮ່ວາງຊາ ໄດ້ກາຍເປັນປະເພນີ, ເມື່ອຮອດວັນທີ 16 ເດືອນ 3 ໄລ່ຕາມຈັນທະປະຕິທິນ, ບັນດາວົງຕະກຸນໃນເມືອງເກາະ ຫຼີເຊີນ, ແຂວງ ກ໋ວາງຫງາຍ ກໍ່ໄດ້ຈັດຕັ້ງພິທີອາໄລຫາທະຫານຮ່ວາງຊາ, ອາໄລຫາບັນດານັກວິລະຊົນໃນເມື່ອກ່ອນທີ່ມີຄຸນງາມຄວາມດີໃນການປັກຫຼັກໝາຍ, ສ້າງຕັ້ງ, ປົກປັກຮັກສາອະທິປະໄຕໃນໝູ່ເກາະ 2 ແຫ່ງ ຮ່ວາງຊາ, ເຈື່ອງຊາ. ບັນດາຜູ້ເຂົ້າຮ່ວມພິທີໄດ້ສະແດງຄວາມຮູ້ບູນຄຸນຕໍ່ຄົນລຸ້ນກ່ອນ ເຄີຍຂີ່ເຮືອໄປຍັງ ຮ່ວາງຊາ, ເຈື່ອງຊາ ເພື່ອປັກຫຼັກໝາຍສ້າງແຜ່ນສີລາຢັ້ງຢືນອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດ. ພາຍຫຼັງພິທີອາໄລຫາທະຫານ ຮ່ວາງຊາ ແມ່ນງານບຸນຊ່ວງເຮືອທີ່ເປັນມູນເຊື້ອ. ທ່ານ ຫງວຽນແທ່ງເຟືອງ, ຢູ່ບ້ານ ອານຫວີງ, ເມືອງ ຫລີເຊີນ, ແຂວງ ກ໋ວາງຫງາຍ, ໃຫ້ຮູ້ວ່າ:
        ແຕ່ລະປີ, ເມື່ອຮອດວັນທີ 16 ເດືອນ ມີນາ ໄລ່ຕາມຈັນທະປະຕິທິນ, ແມ່ນໄດ້ຈັດຕັ້ງພິທີອາໄລຫາທະຫານເຈື່ອງຊານີ້ແມ່ນເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະຊີວິດເພື່ອປະເທດຊາດ. ໃນອະນາຄົດກໍ່ບອກສອນໃຫ້ລູກຫຼານວ່າ ໃນແຕ່ລະປີຕ້ອງຄິດເຖິງວັນນີ້ເພື່ອຈານຶກບູນຄຸນຂອງຄົນລຸ້ນກ່ອນ, 400 ປີກ່ອນໄດ້ປັກຫຼັກໝາຍຢູ່ ຮ່ວາງຊາ, ເຈື່ອງຊາ.
 (ແຫຼ່ງຄັດຈາກ VOV)
 

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ອາ​ຊຽນ ເສີມ​ຂະ​ຫຍາຍ​ 3 ກົກ​ເຄົ້າແຫຼ່ງ​ກຳ​ລັງ​ແຮງຍຸດ​ທະ​ສາດ​ຢ່າງ​ແຮງ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ “ກວມລວມ ແລະ ຍືນຍົງ” ແມ່ນການຄັດເລືອກ ແລະ ຄວາມຮຽກຮ້ອງຕ້ອງການຍຸດທະສາດຂອງ ອາຊຽນ, ພ້ອມທັງສະເໜີໃຫ້ ອາຊຽນ ເສີມຂະຫຍາຍສາມກົກເຄົ້າແຫຼ່ງກຳລັງຍຸດທະສາດຢ່າງແຮງ.

Top