• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮັບມືຂອງລະບົບທະນາຄານຕໍ່ຫນ້າການຜັນແປກ່ຽວກັບນະໂຍບາຍເງິນຕາໃນໂລກ

ສະພາທີ່ປຶກສານະໂຍບາຍເງິນຕາແຫ່ງຊາດ ຈັດຕັ້ງວາລະປະຊຸມໄຕມາດຫນຶ່ງປີ 2018 ໃນຕອນເຊົ້າວັນທີ 29 ມີນາ ຢູ່ ຮ່າໂນ້ຍ ພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ, ປະທານສະພາ.


ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ກ່າວຄຳເຫັນທີ່ວາລະປະຊຸມ

ພາບ:vietnam+

ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ຢັ້ງຢືນວ່າ: ໃນ 3 ເດືອນຕົ້ນປີ, ເສດຖະກິດມະຫາພາກຢູ່ພາຍໃນປະເທດມີສັນຍານດີຂຶ້ນ, ການເຕີບໂຕໄຕມາດ 1 ປີ 2018 ຄາດວ່າບັນລຸກວ່າ 7,4% ແມ່ນລະດັບເຕີບໂຕສູງສຸດໃນຮອບເວລາ 10 ປີຜ່ານມາ, ໄພເງິນເຟີ້ໄດ້ຮັບການຄວບຄຸມເປັນຢ່າງດີ, ການເຄື່ອນໄຫວເກັບລາຍຮັບຂອງງົບປະມານແຫ່ງລັດດຳເນີນໄປເປັນປົກກະຕິ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ ບັນດາສະມາຊິກສະພາດັ່ງກ່າວ ຕ້ອງຕິດຕາມສະພາບການ, ເປັນເສນາທິການໃຫ້ນາຍົກລັດຖະມົນຕີ ແລະ ລັດຖະບານ ໃນການບໍລິຫານນະໂຍບາຍການເງິນ, ເງິນຕາ, ການສົມທົບສອງນະໂຍບາຍນີ້ກັບບັນດານະໂຍບາຍອື່ນ. ທີ່ວາລະປະຊຸມ, ບັນດາສະມາຊິກສະພາຖືວ່າ ເສດຖະກິດໂລກປີ 2018 ມີສັນຍານຟື້ນຕົວຢ່າງຕັ້ງຫນ້າ, ເສດຖະກິດຢູ່ພາຍໃນປະເທດສືບຕໍ່ເຕີບໂຕດີພໍສົມຄວນ ແຕ່ຕ້ອງສົມທົບກັນຢ່າງແຫນ້ນແຟ້ນລະຫວ່າງນະໂຍບາຍເງິນຕາ ແລະ ນະໂຍບາຍງົບປະມານເພື່ອຄວບຄຸມໄພເງິນເຟີ້ຕາມຄາດໝາຍວາງອອກ ພ້ອມທັງຕິດຕາມບັນດາການຜັນແປເພີ່ມອັດຕາດອກເບ້ຍຂອງກົມສະສົມສະຫະລັດອາເມລິກາ ແລະ ລາຍການປະຕິຮູບພາສີຂອງປະເທດນີ້.  

(ແຫຼ່ງຄັດຈາກ VOV)


ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top