• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຝົ້າລະວັງສະພາບການຜັນແປຂອງໂລກລະບາດໂຄວິດ - 19 ຢ່າງເຄັ່ງຄັດ

      ຕອນເຊົ້າວັນທີ 7 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ເປັນປະທານກອງປະຊຸມຄະນະປະຈຳຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໃນໄລຍະນີ້.

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)
      ທີ່ກອງປະຊຸມ, ບັນດາສະມາຊິກຄະນະຊີ້ນຳແຫ່ງຊາດຖືວ່າ: ຕໍ່ໜ້າສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ພາຍໃນປະເທດກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ ແລະ ຈັດຕັ້ງຫຼາຍເຫດການສຳຄັນ. ສະນັ້ນ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຄວນສືບຕໍ່ຕິດຕາມສະພາບການຜັນແປຂອງໂລກລະບາດໂຄວິດ - 19, ບໍ່ປ່ຽນແປງມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ. ເພີ່ມທະວີມາດຕະການສະກັດກັ້ນການແຜ່ເຊື້ອຈາກຕ່າງປະເທດ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ:
        ສຳລັບຖ້ຽວບິນທີ່ມາຈາກຕ່າງປະເທດ, ທ່ານນາຍົກລັດຖະມົນຕີກໍໄດ້ຊີ້ນຳໃຫ້ຮັບປະກັນຄວາມປອດໄພ. ເພາະສະນັ້ນ, ກຳລັງກອງທັບ, ສາທາລະນະສຸກ, ການຄົມມະນາຄົມ, ກະຊວງການຕ່າງປະເທດ ຕ້ອງກວດຄືນກຳລັງຄວາມສາມາດໃນການແຍກຕົວຂອງສູນແຫ່ງຕ່າງໆ. ປະຕິບັດໃຫ້ຖືກຕ້ອງເນື້ອໃນຈິດໃຈຄຳຊີ້ນຳຂອງນາຍົກລັດຖະມົນຕີໃນໂອກາດໃກ້ຈະຮອດບຸນເຕັດນີ້”.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ

ທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມງານສະແດງສິລະປະ “ຈົດຈຳຄຳສັ່ງສອນຂອງປະທານ ໂຮ່ຈີມິນ - ສຽງທະຫານເຄື່ອນທັບດັງກ້ອງ”

ບັນດາຜູ້ແທນໄດ້ຮັບຊົມບັນດາຮູບພາບກ່ຽວກັບຜົນງານທີ່ພົ້ນເດັ່ນໃນໄລຍະ 10 ປີແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງ ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງ ປະທານ ໂຮ່ຈີມິນ

Top