• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເທື່ອທຽນ - ເຫວ້ ຄວນພັດທະນາຢ່າງ ຮອບດ້ານ ແລະ ແຮງກວ່າໃນໄລຍະຈະມາເຖິງ

      ວັນທີ 8 ກຸມພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການເຮັດວຽກກັບການນໍາແຂວງເທື່ອທຽນ - ເຫວ້ ກ່ຽວກັບສະພາບການພັດທະນາເສດຖະກິດ, ວັດທະນະທໍາ, ສັງຄົມຂອງທ້ອງຖິ່ນ; ວຽກງານປ້ອງກັນ, ຕ້ານເຊື້ອພະຍາດອັກເສບປອດທີ່ເກີດຈາກເຊື້ອໄວຣັດສາຍພັນໃໝ່ ໂຄໂຣນາ ແລະ ການປະຕິບັດມະຕິຂອງກົມການເມືອງກ່ຽວກັບການກໍ່ສ້າງ ແລະ ພັດທະນາແຂວງເທື່ອທຽນ - ເຫວ້ ຮອດປີ 2030, ວິໄສທັດຮອດປີ 2045.

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເຮັດວຽກກັບການນໍາແຂວງ ເທື່ອທຽນເຫວ້ (ພາບ: VGP)
      ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ໃນຊຸມປີມໍ່ໆມານີ້, ແຂວງເທື່ອທຽນເຫວ້ ໄດ້ມີການຜັນປ່ຽນຕັ້ງໜ້າຫຼາຍຢ່າງ, ຮອບດ້ານ ແລະ ກໍແມ່ນໜຶ່ງໃນບັນດາທ້ອງຖ່ິນນໍາໜ້າໃນການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານໃນການປະຕິຮູບການບໍລິຫານເພື່ອຮັບໃຊ້ປະຊາຊົນ ແລະ ວິສາຫະກິດ. ທາງແຂວງເທື່ອທຽນ - ເຫວ້ ຕ້ອງກວດກາຄືນໃໝ່ຂະແໜງການ, ຂົງເຂດຕ່າງໆ, ຍູ້ແຮງການຜະລິດ, ດໍາເນີນທຸລະກິດເພື່ອແກ້ໄຂບັນດາຜົນກະທົບຈາກໄວຣັດໂຄໂຣນາ ສາຍພັນໃໝ່ຢ່າງວ່ອງໄວ; ສືບຕໍ່ປະຕິບັດວຽກງານສຸຂະອະນາໄມ, ຂ້າເຊື້ອ ແລະ ປ້ອງກັນ, ຕ້ານເຊື້ອພະຍາດ ຢູ່ບັນດາເຂດປູຊະນີຍະສະຖານ, ທັດສະນີຍະພາຍ, ບ່ອນພັກເຊົາຂອງແຂກທ່ອງທ່ຽວ ກໍຄື ສະຖານທີ່ສາທາລະນະ ເພື່ອແນໃສ່ຮັບປະກັນສຸຂະພາບໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວ.
        ກ່ຽວກັບການປະຕິບັດມະຕິຂອງກົມການເມືອງກ່ຽວກັບການກໍ່ສ້າງ ແລະ ພັດທະນາ ແຂວງເທື່ອທຽນ - ເຫວ້ ຮອດປີ 2030, ວິໄສທັດຮອດປີ 2045, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຮຽກຮ້ອງໃຫ້ແຂວງຕ້ອງມີແຜນການລະອຽດ ເພື່ອຜັນຂະຫຍາຍ ແລະ ບັນດາອົງການຂອງລັດຖະບານຈະໜູນຊ່ວຍເພື່ອໃຫ້ແຂວງເທື່ອທຽນ - ເຫວ້ ປະຕິບັດມະຕິສໍາຄັນນີ້ໄດ້ເປັນຢ່າງດີ. ພ້ອມກັນນັ້ນ,ທາງແຂວງກໍຕ້ອງເປັນເຈົ້າການສະເໜີບັນດາກົນໄກ, ຮູບແບບການພັດທະນາໃໝ່ໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top