• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເກີດເຫດວາງລະເບີດ8ຄັ້ງໃນ24ຊົ່ວໂມງຢູ່ໄທ

ເຫດ​ວາງລະ​ເບີດ​ຢູ່​ແຂວງ ຈາງ ທາງ​ພາກ​ໃຕ້ ​ໄທ
(ພາບ: Bangkok Post)
      ຕຳຫລວດ ​ໄທ ​ໃຫ້​ຮູ້​ວ່າ: ຕອນ​ເຊົ້າ​ວັນ​ທີ 12/08 ​ໄດ້​ເກີດ 2 ​ເຫດ​ວາງ​ລະ​ເບີດ​ຢູ່​ເຂດ​ຕາກ​ອາກາດ​ທີ່​ລື​ຊື່ ຫົວ​ຫີນ, ຫ່າງ​​ຈາກ​ນະຄອນຫລວງ ບາງກອກ ຂອງ​ປະ​ເທດ​ນີ້ 200 ກມ ​ໄປທາງ​ພາກ​ໃຕ້ ​ເຮັດ​ໃຫ້​​ໜຶ່ງ​ຄົນ​ເສຍ​ຊີວິດ ​ແລະ 3 ຄົນ​ຮັບ​ບາດ​ເຈັບ. ດັ່ງ​ນັ້ນ ​ໄດ້​ມີ 4 ຄົນ​ເສຍ​ຊີວິດ​ໃນ 8 ​ເຫດ​ວາງ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ໃນ​ທົ່ວ​ປະ​ເທດ ​ໄທ, ​ໃນ​ນັ້ນ ມີ 4 ​ເຫດ​ວາງ​ລະ​ເບີດ​ທີ່​ເກີດ​ຂຶ້ນ​ຢູ່ ຫົວ​ຫີນ ​ໃນ 24 ຊົ່ວ​ໂມງຜ່ານ​ມາ. ນອກຈາກ 4 ​ເຫດ​ວາງ​ລະ​ເບີດ​ຢູ່ ຫົວ​ຫີນ, ຍັງ​ເກີດ 2 ​ເຫດ​ວາງ​ລະ​ເບີດ​ຢູ່ ພູ​ເກັດ ​ແລະ  ​ເຫດ​ວາງ​ລະ​ເບີດ​ຢູ່ ສຸລາດ ທານີ ທາງ​ເຂົ້າ​ບັນດາ​​ເຂດ​ເກາະດອນ​ຕາກ​ອາກາດ​ທາງ​ພາກ​ໃຕ້ ​ໄທ ​ແລະ ​ເຫດ​ວາງລະ​ເບີດ​ຢູ່​ແຂວງ ຈາງ ທາງ​ພາກ​ໃຕ້ ​ໄທ. ປະຈຸ​ບັນ ກຳລັງ​ເຈົ້າ​ໜ້າ​ທີ່ ​ໄທ ພວມ​ຕັ້ງໜ້າສຳ​ຫລວດ​ກວດກາ​ສາຍ​ເຫດ​ທີ່​ພາ​ໃຫ້​​ເກີດບັນດາ​ເຫດ​ວາງ​ລະ​ເບີດ​ດັ່ງກ່າວ ​ແລະ ຕາມ​ລາ​ຕົວ​ການ.
 (ແຫຼ່ງຄັດຈາກ VOV)

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ສະຫາຍອເລຂາທິການໃຫຍ່ ໂຕເລີມ: ສຳນັກຂ່າວສານ ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນອົງການຂ່າວສານຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ພັກ ແລະ ລັດ

ຕອນເຊົ້າວັນທີ 14 ກັນຍາ, ຢູ່ສູນສຳນັກຂ່າວແຫ່ງຊາດ, ເລກທີ 5 ຫຼີເຖື່ອງກຽດ, ຮ່າໂນ້ຍ, ສຳນັກຂ່າວສານຫວຽດນາມ (VNA) ໄດ້ຈັດພິທີມອບຫຼຽນໄຊ ໂຮ່ຈີມິນ (ເປັນຄັ້ງທີ 3) ແລະ ສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ (ວັນທີ 15 ກັນຍາ 1945 - ວັນທີ 15 ກັນຍາ 2025). ສະຫາຍເລຂາທິການໃຫຍ່ ໂຕເລີມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ. ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ, ປະທານສະພາແຫ່ງຊາດ ເຈີ່ນແທງເໝີ໊ນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດ໊ວັນຈ໋ຽນ ໄດ້ສົ່ງກະຕ່າດອກໄມ້ ແລະ ຈົດໝາຍອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂອງສຳນັກຂ່າວສານ ຫວຽດນາມ.

Top