• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍ ໄດ້ຮັບຮອງເອົາເປັນນະຄອນປະດິດຄິດສ້າງຂອງ UNESCO ຢ່າງເປັນທາງການ

      ວັນທີ 30 ຕຸລາ, ທ່ານ Audrey Azouley ຜູ້ອຳນວຍການໃຫຍ່ອົງການສະຫະປະຊາຊາດດ້ານການສຶກສາ, ວິທະຍາສາດ ແລະ ວັດທະນະທຳ (UNESCO) ໄດ້ຮັບຮອງນະຄອນຫລວງ ຮ່າໂນ້ຍ ເປັນນະຄອນປະດິດຄິດສ້າງຂອງ UNESCO ໃນຂົງເຂດການ ອອກແບບ”.

(ພາບ:  hanoimoi.com.vn)
      ໂດຍມີທ່າແຮງໃນຂົງເຂດອາຫານການກິນ, ຫັດຖະກຳ ແລະ ສິລະປະພື້ນເມືອງ…ແຕ່ຂົງເຂດອອກແບບ ຍັງໄດ້ຮັບຖືວ່າ: ແມ່ນໜຶ່ງໃນບັນດາມາດຕະຖານດີເດັ່ນຂອງນະຄອນ ຮ່າໂນ້ຍ, ໄດ້ຮັບຄວາມເຫັນດີເຫັນພ້ອມຢ່າງສູງຈາກປະຊາຄົມກໍ່ຄືບັນດານັກວິທະຍາສາດ, ນັກຊ່ຽວຊານ, ນັກຄຸ້ມຄອງ…ເພື່ອອອກສະໝັກເລືອກຕັ້ງເຂົ້າໃນຕາໜ່າງນະຄອນ ປະດິດຄິດສ້າງຂອງ UNESCO. ຕາມການຕີລາຄາຂອງບັນດານັກຊ່ຽວຊານແລ້ວ, ຮ່າໂນ້ຍ ມີໂອກາດຫລາຍຢ່າງ ເຊິ່ງ UNESCO ຈະເອົາເຂົ້າໃນຕາໜ່າງນະຄອນ ປະດິດຄິດສ້າງຂອງໂລກ. ທ່ານ ຫງວຽນວັນຟອງ, ຫົວໜ້າຄະນະໂຄສະນາສຶກສາຄະນະພັກນະຄອນ ຮ່າໂນ້ຍ ຖືວ່າ: ດ້ວຍເລື່ອງເຂົ້າຮ່ວມຕາໜ່າງນະຄອນປະດິດຄິດສ້າງ, ຮ່າໂນ້ຍ ຈະມີໂອກາດເຮັດໃຫ້ວັດທະນະທຳທີ່ເປັນເອກະລັກຂອງນະຄອນໂດດເດັ່ນຂຶ້ນໃນໂລກ.
        ໄປຄຽງຄູ່ກັນນັ້ນ, ຮ່າໂນ້ຍ ຍັງຮັກສາສະຖາປັດຕະຍະກຳ, ຂໍ້ລິເລີ່ມກ່ຽວກັບສະຖາປັດຕະຍະກຳຫລາຍຮູບຫລາຍແບບຂອງຝ່າຍຕາເວັນຕົກ ແລະ ຝ່າຍຕາເວັນອອກ, ສະຖາປັດຕະຍະກຳທ້ອງຖິ່ນເດີມ ແລະ ຄວາມສີວິໄລໂລກໄວ້ໄດ້, ລວມທັງຄວາມກົມກຽວລະຫວ່າງສະຖາປັດຕະຍະກຳບູຮານ ແລະ ຍຸກປະຈຸບັນຄື: ໂຮງລະຄອນໃຫຍ່ຮ່າໂນ້ຍ, ຫໍພິພິທະພັນວິຈິດສິນ ຫວຽດນາມ, ຂົວ ລອງບຽນ, ຂົວ ເຍິດເຕິນ…
 (ແຫຼ່ງຄັດຈາກ VOV)

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ກຳ​ນົດ​ຮູບ​ແບບ​ການ​ເຕີບ​ໂຕ​ໃໝ່​ໃນ​ໄລ​ຍະ 2026 – 2030, ​ການກຳ​ນົດ​ທິດ​ຮອດ​ປີ 2045

ຢູ່ເວທີປາໄສ, ບັນດາຜູ້ແທນ, ນັກວິທະຍາສາດ, ນັກຊ່ຽວຊານເສດຖະກິດໄດ້ປຶກສາຫາລື, ເຮັດແຈ້ງພື້ນຖານທິດສະດີ, ວິເຄາະສະພາບຕົວຈິງຢູ່ພາຍໃນປະເທດ ແລະ ສາກົນ, ຕີລາຄາຮູບແບບການເຕີບໂຕໃນປັດຈຸບັນ.

Top