• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ ຫວຽດນາມ - ລາວ

      ຕອນບ່າຍວັນທີ 13 ເມສາ, ມະຫາວິທະຍາໄລ ໄຕບັກ (ຕາເວັນຕົກສ່ຽງເໜືອ) ໄດ້ຈັດຕັ້ງບຸນປີໃໝ່ລາວ ໃຫ້ບັນດານັກສຶກສາລາວ ພວມຮ່ຳຮຽນຢູ່ແຂວງ ເຊີນລາ ນັບຮ້ອຍໆຄົນ. 

ຮັດແໜ້ນນ້ຳໃຈສາມັກຄີ, ມິດຕະພາບ ຫວຽດນາມ - ລາວ (ພາບ: TTXVN)
      ບຸນປີໃໝ່ລາວ ດຳເນີນແຕ່ວັນທີ 13 – 16 ເມສາ ປະຈຳປີ, ນີ້ແມ່ນຮີດຄອງປະເພນີວັດທະນະທຳດົນນານຂອງປະຊາຊົນລາວ. ລາຍການບຸນປີໃໝ່ໃນປີນີ້ ລວມມີ 2 ພາກ ແມ່ນການພົວພັນແລກປ່ຽນວັດທະນະທຳ ລາວ - ຫວຽດນາມ ແລະ ພິທີກຳຂອງບຸນປີໃໝ່ປະຈຳຊາດລາວ. ທີ່ການພົວພັນແລກປ່ຽນ, ນັກສຶກສາລາວ ໄດ້ຮັບບັນດາຄຳອວຍພອນອັນດີງາມທີ່ສຸດຈາກໂຮງຮຽນ, ບັນດາຄູອາຈານ, ໝູ່ເພື່ອນ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ ນີ້ກໍ່ແມ່ນໂອກາດ ເພື່ອໃຫ້ບັນດານັກສຶກສາລາວ ຫວນຄືນຮີດຄອງປະເພນີອັນດີງາມ, ມີຄວາມໝາຍຂອງບຸນປີໃໝ່ປະຈຳຊາດລາວ ແລະ ພ້ອມກັບບັນດາຄູອາຈານ, ເພື່ອນມິດ ຫວຽດນາມ ເຊື່ອມຕົວເຂົ້າບັນດາລາຍການແລກປ່ຽນສິລະປະ, ຟ້ອນລຳທຳເພງ ທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງ 2 ປະເທດ ຫວຽດນາມ - ລາວ.
 (ແຫຼ່ງຄັດຈາກ VOV)

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ເຫດ​ແຜ່ນ​ດິນ​ໄຫວ​ຢູ່ ເວ​ເນ​ຊູ​ເອ​ລາ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ

ອຳ​ນາດ​ການ​ປົກ​ຄອງ​ເວ​ເນ​ຊູ​ເອ​ລາ ໃຫ້​ຮູ້​ວ່າ ໄລ່​ຮອດ​ຕອນ​ຄ່ຳ​ວັນ​ທີ 26 ມິ​ຖຸ​ນາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ 589 ຄົນ, ໃນ​ນັ້ນ​ມີ​ຜູ້ຖືກ​ບາດ​ເຈັບ 2980 ຄົນ.

Top