• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ປ້ອງ​ກັນ​ຄວາມ​​ສະ​ຫງົບ​ແຫ່ງ​ຊາດ, ຄວາມ​ເປັນ​ລະ​ບຽບ​ຮຽບຮ້ອຍ, ຄວາມ​ປ​ອດ​ໄພ​ສັງ​ຄົມ​ຢ່າງໝັ້ນ​ແກ່ນ

ໃນວາລະການເຮັດວຽກໃນວັນທີ 4 ພະຈິກ, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານວຽກງານ, ກວດກາ ແລະ ປຶກສາຫາລືກ່ຽວກັບວຽກງານຂອງ ປະທານສານປະຊາຊົນສູງສຸດ, ປະທານອົງການໄອຍະການປະຊາຊົນສູງສຸດ, ວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍ, ວຽກງານປະຕິບັດຄຳຕັດສິນຂອງສານ ປີ 2019.

ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ XIV (ພາບ: Quochoi.vn)

ວັນທີ 4 ພະຈິກ, ຢູ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ XIV, ທ່ານ ລັດຖະມົນຕີ ກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ໄດ້ສະເໜີບົດລາຍງານ ຂອງ ວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານ ອາດຊະຍາກຳ ແລະ ການລະເມີດກົດໝາຍໃນປີ 2019, ໃນນັ້ນ ເນັ້ນໜັກເຖິງແຜນນະໂຍບາຍ, ວິທີການປ້ອງກັນ, ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍ ປີ 2020. ທ່ານ ໂຕເລິມຊີ້ແຈ້ງວ່າ:

        ລັດຖະບານໄດ້ສຸມໃສ່ຊີ້ນຳ, ປະຕິບັດບັນດາໜ້າທີ່, ວິທີການແກ້ໄຂຈຸດສຸມຄືສືບຕໍ່ປະຕິບັດບັນດາຄຳສັ່ງ, ມະຕິຂອງສູນກາງພັກ, ສະພາແຫ່ງຊາດໃຫ້ມີປະສິດທິຜົນ, ແນໃສ່ເສີມຂະຫຍາຍກຳລັງແຮງລວມຂອງທົ່ວລະບົບການເມືອງ ແລະ ທົ່ວປວງຊົນທັງຊາດໃນວຽກງານຕ້ານອາດຊະຍາກຳ ແລະ ລະເມີດກົດໝາຍ. ຈັດຕັ້ງວຽກງານກຳແໜ້ນ, ໄຈ້ແຍກ, ຄາດຄະເນສະພາບການໃນໂລກ ແລະ ພາກພື້ນໃຫ້ເປັນຢ່າງດີ, ຮັກສາຄວາມປອດໄພໃຫ້ບັນດາເຫດການໃຫຍ່ຂອງປະເທດຊາດໃຫ້ເປັນຢ່າງດີ, ເປັນຕົ້ນແມ່ນກອງປະຊຸມໃຫຍ່ຂອງພັກທຸກຂັ້ນຕະຫຼອດຮອດກອງປະຊຸມໃຫຍ່ ທົ່ວປະເທດຄັ້ງທີ XIII ຂອງພັກ, ບັນດາເຫດການທາງການທູດໃນ ປີ ຫວຽດນາມດຳລົງຕຳແໜ່ງເປັນປະທານອາຊຽນ 2020.

        ໃນຂະນະນັ້ນ, ທ່ານ ເລມິງຄ໊າຍ ປະທານອົງການກວດກາລັດຖະບານ ລາຍງານກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ປີ 2019 ວ່າ:

        ປີ2020, ລັດຖະບານໄດ້ສືບຕໍ່ກຳນົດການປ້ອງກັນຕ້ານການສໍ້ລາດບັງຫຼວງແມ່ນໜ້າທີ່ຈຸດສຸມໃນການ, ຊີ້ນຳນຳພາ, ບໍລິຫານ ແລະ ສຸມໃສ່ຊີ້ນຳການປະຕິບັດຄົບຊຸດ 9 ໝວດໜ້າທີ່, ວິທີການຄື: ກວດກາຄືນໃໝ່, ເຮັດສຳເລັດກົນໄກ, ນະໂຍບາຍກ່ຽວກັບການຄຸ້ມຄອງເສດຖະກິດ - ສັງຄົມໃນບັນດາຂົງເຂດ. ຈັດຕັ້ງການໂຄສະນາ, ເຜີຍແຜ່, ສຶກສາກົດໝາຍກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ…

        ແລະກໍ່ໃນວາລະການເຮັດວຽກໃນວັນທີ 4 ພະຈິກ, ສະພາແຫ່ງຊາດໄດ້ຮັບຟັງບົດລາຍງານວຽກງານ, ກວດກາ ແລະ ປຶກສາຫາລືກ່ຽວກັບວຽກງານຂອງ ປະທານສານປະຊາຊົນສູງສຸດ, ປະທານອົງການໄອຍະການປະຊາຊົນສູງສຸດ, ວຽກງານປ້ອງກັນ, ສະກັດກັ້ນ ແລະ ຕ້ານອາດຊະຍາກຳ ແລະ ການລະເມີດກົດໝາຍ, ວຽກງານປະຕິບັດຄຳຕັດສິນຂອງສານ ປີ 2019.

(ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top