• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ຟ້າມບີງມິງ ຕ້ອນຮັບເອກອັກຄະລັດຖະທູດ ມົງໂກນ

      ຕອນບ່າຍວັນທີ 16 ພະຈິກ, ທີ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ມົງໂກນ D.Bilegdorj.

ທ່ານ ຟ້າມບີງມິງ ຕ້ອນຮັບທ່ານ D.Bilegdorj (ພາບ: VGP)
      ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີງມິງ ເນັ້ນໜັກວ່າ: ຫວຽດນາມ ແລະ ມົງໂກນ ແມ່ນ 2 ປະເທດເພື່ອນມິດໄມຕິຈິດທີ່ເປັນມູນເຊື້ອ, ການພົວພັນຮ່ວມມືລະຫວ່າງ 2 ປະເທດໃນໄລຍະຜ່ານມາ ບັນລຸໄດ້ບັນດາຜົນງານທີ່ເປັນໜ້າຊື່ນຊົມ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບີງມິງ ເຊື່ອໝັ້ນວ່າ ດ້ວຍປະສົບການ ແລະ ອາລົມຈິດ, ຄວາມສຸດຈິດສຸດໃຈຂອງຕົນ, ທ່ານເອກອັກຄະລັດຖະທູດ ຈະປະຕິບັດພາລະໜ້າທີ່ອັນສູງສົ່ງເປັນຢ່າງດີ, ເສີມຂະຫຍາຍບົດບາດເປັນຂົວຕໍ່ສຳຄັນ, ປະກອບສ່ວນຢ່າງແທດຈິງ ເຂົ້າໃນການພັດທະນາສາຍພົວພັນຮ່ວມມືມິດຕະພາບລະຫວ່າງ 2 ປະເທດ ແລະ ປະຊາຊົນ 2 ປະເທດ.
        ສ່ວນທ່ານເອກອັກຄະລັດຖະທູດ ມົງໂກນ D.Bilegdorj ຢືນຢັນວ່າ: ຈະມານະພະຍາຍາມສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ມົງໂກນ ໃຫ້ນັບມື້ນັບພັດທະນາ ແລະ ບັນລຸໄດ້ຜົນງານໃຫຍ່ຫລວງກ່ວາອີກ.
 (ແຫຼ່ງຄັດຈາກ VOV)
 

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top