• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີຫວູດຶກດາມຕ້ອນຮັບລັດຖະມົນຕີກະຊວງແຮງງານແລະຮັບປະກັນຊີວິດສັງຄົມກູບາ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີໃຫ້ 2 ຝ່າຍຕັ້ງໜ້າຊຸກຍູ້ການຮ່ວມມື, ແບ່ງປັນບົດຮຽນເພື່ອສ້າງນະໂຍບາຍໃຫ້ສົມບູນແບບ, ສ້າງບັນດາຮູບແບບກ່ຽວກັບການຮັບປະກັນຊີວິດສັງຄົມ.


ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ລັດຖະມົນຕີກະຊວງແຮງງານ ແລະ ຮັບປະກັນຊີວິດສັງຄົມກູບາ

(ພາບ: TTXVN)


ວັນທີ 13 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ໃຫ້ການຕ້ອນຮັບທ່ານນາງລັດຖະມົນຕີກະຊວງແຮງງານ ແລະ ຮັບປະກັນຊີວິດສັງຄົມກູບາ Margarita M.Gonzalez Fernandez ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບພາຍຫຼັງການເຮັດວຽກລະຫວ່າງກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ກັບລັດຖະມົນຕີກະຊວງແຮງງານ ແລະ ຮັບປະກັນຊີວິດສັງຄົມກູບາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີໃຫ້ 2 ຝ່າຍຕັ້ງໜ້າຊຸກຍູ້ການຮ່ວມມື, ແບ່ງປັນບົດຮຽນເພື່ອສ້າງນະໂຍບາຍໃຫ້ສົມບູນແບບ, ສ້າງບັນດາຮູບແບບກ່ຽວກັບການຮັບປະກັນຊີວິດສັງຄົມ ຕິດພັນກັບການພັດທະນາແບບຍືນຍົງ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ, ກະຊວງກະຊວງແຮງງານ ແລະ ຮັບປະກັນຊີວິດສັງຄົມກູບາ ຈະເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ ພວມເຄື່ອນໄຫວຢູ່ກູບາ ແກ້ໄຂບັນດາບັນຫາແຮງງານ, ເງິນເດືອນ… ຢ່າງສະດວກກວ່າ.

        ສ່ວນທ່ານນາງລັດຖະມົນຕີ Margarita M.Gonzalez Fernandez ໃຫ້ຮູ້ວ່າ, ກູບາ ປາດຖະໜາຢາກຮ່ວມມື ແລະ ແລກປ່ຽນບົດຮຽນກັບຫວຽດນາມ ກ່ຽວກັບແຮງງານ, ວຽກເຮັດງານທຳ, ເງິນເດືອນ, ໜູນຊ່ວຍບັນດາເປົ້າໝາຍນະໂຍບາຍ, ນຳຄົນງານໄປເຮັດວຽກຢູ່ຕ່າງປະເທດ.

(ແຫຼ່ງຄັດຈາກ VOV)

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

ເລື່ອງປ່າສະຫງວນແຫ່ງຊາດ 2 ແຫ່ງດັ່ງກ່າວໄດ້ຮັບການຮັບຮອງຈາກ UNESCO ຈະເປັນແບບຢ່າງໃຫ້ແກ່ການຄຸ້ມຄອງມໍລະດົກໂລກແບບຮ່ວມຊາຍແດນ

Top