• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບລັດຖະມົນຕີກະຊວງສຶກສາແລະທັກສະອຽກລັງ

      ວັນທີ 24 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງສຶກສາ ແລະ ທັກສາອຽກລັງ Richard Bruton ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບລັດຖະມົນຕີກະຊວງສຶກສາແລະທັກສະອຽກລັງ
(ພາບ: TTXVN)
      ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະເໜີໃຫ້ລັດຖະບານ ອຽກລັງ ພິຈາລະນາເພີ່ມຈຳນວນທຶນການສຶກສາລະດັບປະລິຍາຕີ, ເໜືອມະຫາວິທະຍາໄລ ທີ່ສະຫງວນໃຫ້ແກ່ຫວຽດນາມ, ໜູນຊ່ວຍບຳລຸງສ້າງພາສາອັງກິດ ແລະ ແບ່ງປັນບົດຮຽນກັບຫວຽດນາມ ໃນຂົງເຂດກວດກາຄຸນນະພາບການສຶກສາ, ກໍ່ຄືບົດຮຽນເຊື່ອມຕໍ່ການຮ່ວມມືລະຫວ່າງວິສາຫະກິດກັບບັນດາຮາກຖານບຳລຸງສ້າງໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ.
        ສ່ວນທ່ານລັດຖະມົນຕີ Richard Bruton ຢືນຢັນວ່າ, ອຽກລັງ ຈະສືບຕໍ່ຮ່ວມເດີນທາງພ້ອມກັບຫວຽດນາມ ແລະ ແຈ້ງໃຫ້ຮູ້ວ່າ ລັດຖະບານອຽກລັງ ໃຫ້ຄຳໝັ້ນສັນຍາສະຫງວນບ້ວງເງິນໜູນຊ່ວຍການພັດທະນາທາງການ (ODA) ທີ່ມີມູນຄ່າ 7,5 ລ້ານເອີໂລ/ປີ ໃຫ້ໄລຍະ 2017 – 2020 ເພື່ອແນໃສ່ໜູນຊ່ວຍຫວຽດນາມ ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ໜູນຊ່ວຍຄົນພິການ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫຼັງສົງຄາມ, ປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.  
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top