• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານເຈືອງຮ່ວາບິ່ງ ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສິງກະໂປ

ທ່ານຮອງນາຍົກລັດຖະມົນຕີ Teo Chee Hean ໄດ້ຕີລາຄາສູງການພັດທະນາອັນດີງາມລະຫວ່າງສອງປະເທດໃນການພົວພັນຄູ່ຮ່ວມມືຍຸດທະສາດ...

ທ່ານ Teo Chee Hean ແລະ ທ່ານ ເຈືອງຮ່ວາບິ່ງ

ຕອນເຊົ້າວັນທີ 26 ກັນຍາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງ ໄດ້ຕ້ອນຮັບທ່ານຮອງນາຍົກລັດຖະມົນຕີ ສິງກະໂປ Teo Chee Hean ແລະ ພັນລະຍາມາເຂົ້າຮ່ວມພິທີສົບ, ແບ່ງເບົາຄວາມເສົ້າສະຫຼົດໃຈກັບລັດຖະບານ ຫວຽດນາມ ແລະ ຍາດຕິພີ່ນ້ອງທ່ານປະທານປະເທດ ເຈິ່ນດ້າຍກວາງ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ຖືວ່າ: ນີ້ແມ່ນນ້ຳໃຈພິເສດໃນການພົວພັນຖານອ້າຍນ້ອງໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ກໍ່ຄືການພົວພັນຍຸດທະສາດລະຫວ່າງ 2 ປະເທດ ແລະ ນ້ຳໃຈສະໜິດສະໜົມຂອງທ່ານຮອງນາຍົກລັດຖະມົນຕີ Teo Chee Hean ແລະ ພັນລະຍາສະຫງວນໃຫ້ແກ່ທ່ານປະທານປະເທດ ເຈິ່ນດ້າຍກວາງ ແລະ ທ່ານນາງພັນລະຍາ ຫງວຽນທິຮ່ຽນ.

        ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ Teo Chee Hean ໄດ້ຕີລາຄາສູງການພັດທະນາອັນດີງາມລະຫວ່າງສອງປະເທດໃນການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ບັນດາຜົນງານທີ່ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ. ທ່ານໄດ້ສະແດງຄວາມຂອບອົກຂອບໃຈ ລັດຖະບານ ຫວຽດນາມ ທີ່ໄດ້ສະໜັບສະໜູນລັດຖະບານ ສິງກະໂປ ຮັບດຳລົງຕຳແໜ່ງເປັນປະເທດປະທານ ອາຊຽນ 2018, ຫວັງວ່າ ຫວຽດນາມ ບັນລຸຜົນສຳເລັດໃນບົດບາດເປັນປະເທດເຈົ້າພາບຂອງ ອາຊຽນ ໃນປີ 2020.

(​ແຫຼ່ງຄັດ​ຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top