• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງຕ້ອນຮັບຮອງນາຍົກລັດຖະມົນຕີ Uzbekistan


ທ່ານຮອງນາຍົກລັດຖະມົນຕີຈິ້ງດິ່ງຢຸງ
ຕ້ອນຮັບຮອງນາຍົກລັດຖະມົນຕີ Uzbekistan
(
ພາບ: TTXVN)
      ວັນ​ທີ 10/02, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Uzbekistan, Mirzaev Zoiyr ມາ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິ່ງ​ຢຸງ ​ປາດ​ຖະ​ໜາ​ວ່າ 2 ປະ​ເທດ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົບ​ປະ, ຄົ້​ນ​ຄວ້າ, ຊຸກ​ຍູ້​ບັນ​ດາ​ການ​ພົບ​ພັ​ນ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ການ​ສຶກ​ສາ, ວັດ​ທະ​ນະ​ທຳ, ສັງ​ຄົມ ໃຫ້​ເໝາະ​ສົມ​ກັບ​ຄວາມ​ສາ​ມາ​ດ​ບົ​ມ​ຊ້ອນ, ທ່າ​ແຮງ ແລະ ຄວາມ​ມຸ່ງ​ມາດ​ຖະ​ໜາ​ຂອງ​ແຕ່​ລະ​ປະ​ເທດ. 2 ຝ່າຍ​ຕ້ອງ​ຈັດ​ຕັ້ງ​​ຊຸມ​ວັນວັດ​ທະ​ນະ​ທຳ​ຂອງ​ປະ​ເທດນີ້​ຢູ່​ປະ​ເທດ​ຂອງ​ກັນ, ຈາກນັ້ນ​ໂຄ​ສະ​ນາ​ພາ​ບ​ພົດ​ປະ​ເທດ​ຊາດ ແລະ​ ປະ​ຊ​າ​ຊົນ​ຂອງ​ກັນ, ຜ່ານນັ້ນ​ຊຸກຍ​ູ້​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ, ກ້າວ​ໄປ​ເຖິງ​ການ​ເປີດ​ສາຍ​ການ​ບິນ​ໂດຍ​ກົງ​ລະ​ຫວ່າງ 2 ປະ​ເທດ.
        ສ່ວນ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Uzbekistan, Mirzaev Zoiyr ໃຫ້​ຮູ້​ວ່າ, ໃນ​ການ​ຢ້ຽ​ມ​ຢາມ​ຄັ້ງນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Uzbekistan ແລະ ຄະ​ນະ​ຜູ້​ແທນ​ຈະ​​ສຸມ​ໃສ່​ຊອກ​ຮູ້​ບົດ​ຮຽນ​ຂອງ​ຫວຽດ​ນາມ ໃນ​ການ​ດຶງດ​ູດ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ; ການ​ຜະ​ລິດ, ປຸງ​ແຕງ, ສົ່ງ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ… ຄຽ​ງ​ຂ້າງນັ້ນ, Uzbekistan ກໍ່​ປາດ​ຖ​ະ​ໜາ​ຢາກ​ຊອກ​ຮ​ູ້​ບົດ​ຮຽນ​ຂອງ​ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ສົ່ງ​ເສີມ​ການ​ເລີ່ມ​ທຸ​ລະ​ກິດ; ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງ 2 ປະ​ເທດ.
(ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top